ປຶກສາຫາລືກ່ຽວກັບການພັດທະນາທຸລະກິດ ເພື່ອເລັ່ງຟື້ນຕົວຈາກການລະບາດຂອງໂຄວິດ-19

    ກອງປະຊຸມສົນທະນາປຶກສາຫາລືແບບເປີດກວ້າງ ກ່ຽວກັບການພັດທະນາທຸລະກິດ ເພື່ອເລັ່ງຟື້ນຕົວຈາກການລະບາດຂອງພະຍາດໂຄວິດ-19 ຈັດຂຶ້ນວັນທີ 23 ພຶດສະພາ 2022 ທີ່ໂຮງແຮມລາວພລາຊາ ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ທ່ານນາງ ໂຊໂນມິ ທະນາກິ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມຜ່ານທາງລະບົບເຊິ່ງໜ້າ ແລະ ທາງໄກ.

    ທ່ານ ມະໂນທອງ ວົງໄຊ ກ່າວວ່າ ການສົນທະນາແບບເປີດກວ້າງ ໄດ້ປຶກສາຫາລືເຖິງບັນຫາຕ່າງໆທີ່ກະທົບຕໍ່ບັນດາຫົວໜ່ວຍທຸລະກິດຂອງພາກເອກະຊົນ ເປັນຕົ້ນ ສະພາບແວດລ້ອມທາງດ້ານການຄຸ້ມຄອງ ການກຳນົດບັນດາມາດຕະການແກ້ໄຂອັນຕົ້ນຕໍຂອງບັນດາຂົງເຂດການດຳເນີນທຸລະກິດເພື່ອປັບປຸງ ການປຶກສາຫາລືຢ່າງຈິງຈັງລະຫວ່າງພາກສ່ວນກ່ຽວຂ້ອງໃນລະດັບຊາດ ແລະ ທ້ອງຖິ່ນ ແມ່ນມີຄວາມສຳຄັນ ເພາະຈະສ້າງຄວາມເຂົ້າໃຈເຖິງບັນຫາສຳຄັນຕໍ່ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ເຊິ່ງການປຶກສາຫາລືຄັ້ງນີ້ສາມາດຊ່ວຍຊຸກຍູ້ການເພີ່ມຂຶ້ນຂອງຈຳນວນວິສາຫະກິດຢ່າງມີປະສິດທິພາບ ພ້ອມກັນນັ້ນ ຍັງເປັນການເລັ່ງລັດການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ຈາການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນການປັບປຸງຂອງພາກລັດຖະບານ ໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງການຂຶ້ນທະບຽນວິສາຫະກິດດ້ວຍການໃຫ້ເລກປະຈຳຕົວຂອງຜູ້ເສຍອາກອນ ແລະ ທະບຽນວິສາຫະກິດໄປພ້ອມກັນ.

    ໂອກາດນີ້ ທ່ານນາງ ໂຊໂນມິ ທະນາກະ ກໍໄດ້ກ່າວວ່າ ການປຶກສາຫາລືຄັ້ງນີ້ ມີຄວາມສຳຄັນ ໂດຍຈະໄດ້ປຶກສາລືກົນໄກທີ່ສອດຄ່ອງ ເພື່ອຮັບປະກັນການປຶກສາຫາລືລະຫວ່າງພາກລັດ ແລະ ເອກະຊົນໃຫ້ໄດ້ທາງດ້ານຄຸນນະພາບ ເພາະວ່າຈະນຳໄປສູ່ການສ້າງນະໂຍບາຍ ແລະ ຈັດຕັ້ງປະຕິບັດໂຄງການທີ່ມີຄຸນນະພາບ ພ້ອມກັນນັ້ນ ຍັງຈະຊ່ວຍເພີ່ມທະວີຄວາມໂປ່ງໃສ່ ໂດຍການເປີດໂອກາດໃຫ້ຜູ້ມີສ່ວນຮ່ວມໄດ້ແບ່ງປັນຄວາມຮູ້ເຖິງຄວາມກັງວົນຂອງຜູ້ປະກາດການ ແລະ ADB ຈະສືບຕໍ່ສະໜັບສະໜູນການພັດທະນາວິສາຫະກິດ ແລະ ພາກເອກະຊົນຂອງລັດຖະບານ ດ້ວຍການປຶກສາຫາລືດ້ານນະໂຍບາຍ ແລະ ການດຳເນີນງານທາງດ້ານຄວາມຮູ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!