ຜູ້ປະກອບການລາວ-ເກົາຫຼີ ພົບປະເພື່ອປຶກສາຫາລືຄູ່ການຄ້າ

    ແນໃສ່ຊຸກຍູ້ຮ່ວມມືທາງດ້ານການຄ້າ KOTRA ວຽງຈັນ ເປັນໜ່ວຍງານເສດຖະກິດທີ່ສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນປະຈຳສະຖານທູດ ສ.ເກົາຫຼີ ປະຈໍາ ລາວ ຮ່ວມກັບ Incheon TechnoPark ຈັດງານພົບປະນັກທຸລະກິດຈາກແຂວງອິນຊອນ ປະຈໍາປີ 2022 ໃນຮູບແບບທາງໄກ ວັນທີ 23-27 ພຶດສະພາ ໂດຍມີບໍລິສັດນຳເຂົ້າຕົວແທນຈໍາໜ່າຍ ແລະ ຮ້ານຄ້າສຳລັບຜະລິດຕະພັນເຄື່ອງອຸປະໂພກ ແລະ ບໍລິໂພກ 9 ບໍລິສັດຈາກແຂວງອິນຊອນ ແລະ 31 ບໍລິສັດຈາກປະເທດລາວເຂົ້າຮ່ວມ.

    ງານພົບປະນັກທຸລະກິດຈາກແຂວງອິນຊອນໃນຄັ້ງນີ້ ປະກອບມີ ບໍລິສັດຜູ້ຜະລິດ ແລະ ຜູ້ສະໜອງເຄື່ອງສໍາອາງ ອາຫານ ແລະ ເຄື່ອງບໍລິໂພກ ເຊິ່ງບັນດາບໍລິສັດເຫຼົ່ານີ້ ຈະໄດ້ແນະນຳ ພ້ອມທັງປຶກສາຫາລືກ່ຽວກັບຄູ່ຄ້າເປັນຕົ້ນ ລາຍລະອຽດສິນຄ້າ ເງື່ອນໄຂການເປັນຕົວແທນຈໍາໜ່າຍ ແລະ ການສະໜອງຜະລິດຕະພັນເຊັ່ນ:ChoiceBio ເປັນບໍລິສັດທີ່ຜະລິດ ແລະ ສະໜອງຜະລິດຕະພັນບຳລຸງຜິວຂັ້ນພື້ນຖານສຳລັບຜິວແພ້ງ່າຍ ແລະ ຊ່ວຍປັບສະພາບສີຜິວໃຫ້ກະຈ່າງໄສ ໂດຍໃຊ້ວັດຖຸດິບຈາກທຳມະຊາດເປັນມິດຕໍ່ສິ່ງແວດລ້ອມເຂົ້າໃນການຜະລິດ ເຊິ່ງບໍລິສັດດັ່ງກ່າວ ຈະໄດ້ພົບປະກັບ 9 ບໍລິສັດໃນລາວ ລວມທັງຮ້ານຄ້າທີ່ນຳເຂົ້າ ແລະ ຈຳໜ່າຍເຄື່ອງສຳອາງ ບໍລິສັດ Songhwa Food ເປັນບໍລິສັດຜູ້ຜະລິດສາລ່າຍທະເລພຣີມຽມ ມີສ່ວນປະກອບຂອງໂອເມກ້າ 3 ແລະ EPA ຈາກທໍາມະຊາດ ທາງບໍລິສັດເກົາຫຼີແມ່ນຈະໄດ້ພົບກັບ 7 ບໍລິສັດການຄ້າ ລວມທັງຮ້ານສະດວກຊື້ໃນລາວ KEIZINOTEC ຜູ້ສະໜອງເຄື່ອງສໍາອາງດ້ານເວດສຳອາງ ແລະ ເຄື່ອງສຳອາງທີ່ຊ່ວຍແກ້ໄຂຮອຍຕີນກາເທິງໃບໜ້າ ຄັ້ງນີ້ເປັນຄັ້ງທີສອງຂອງບໍລິສັດໄດ້ເຂົ້າຮ່ວມງານພົບປະນັກທຸລະກິດ ເຊິ່ງໃນປີ 2020 ບໍລິສັດດັ່ງກ່າວໄດ້ເຂົ້າຮ່ວມງານປະຊຸມເຊັ່ນດຽວກັນ ແລະ ຄັ້ງນີ້ ບໍລິສັດດັ່ງກ່າວກຈະໄດ້ພົບປະກັບ 7 ບໍລິສັດທີ່ນຳເຂົ້າ ແລະ ຈຳໜ່າຍເຄື່ອງສໍາອາງໃນລາວ.

    ຕາງໜ້າຈາກຮ້ານສະດວກຊື້ໃຫ້ຮູ້ວ່າ:ເນື່ອງຈາກຍີ່ຫໍ້ ແລະ ຜະລິດຕະພັນໃນລາວມີຂ້ອນຂ້າງຈໍາກັດ ກົງກັນຂ້າມ ຄວາມຕ້ອງການຂອງຜູ້ບໍລິໂພກໃນຕະຫຼາດບ້ານເຮົາຍັງມີຄວາມຕ້ອງການຫຼາກຫຼາຍສູງ ງານພົບປະທຸລະກິດຈາກເກົາຫຼີໃນຄັ້ງນີ້  ເຮັດໃຫ້ຂ້າພະເຈົ້າໄດ້ມີໂອກາດພົບປະ   ແລະ  ໂອ້ລົມສຶກສາຫາຜະລິດຕະພັນໃໝ່ໆທີ່ຍັງບໍ່ເຄີຍມາວາງຈຳໜ່າຍໃນຕະຫຼາດລາວ ຖ້າມີສິນຄ້າທີ່ໜ້າສົນໃຈ ພວກເຮົາກໍຢາກເປັນຕົວແທນຈໍາໜ່າຍ ເພື່ອກະຈາຍ ແລະ ຈັດສົ່ງສິນຄ້າ ບໍ່ພຽງແຕ່ໃນຕະຫຼາດລາວເທົ່ານັ້ນ ແຕ່ຍັງມີແຜນກະຈາຍສິນຄ້າສົ່ງອອກໄປສູ່ຕະຫຼາດໃກ້ຄຽງອີກດ້ວຍ.

    ທ່ານ ພິວ ຊອງ ກິມ ຜູ້ອຳນວຍການໃຫຍ່ອົງການ KOTRA ວຽງຈັນ ກ່າວວ່າ: ເຖິງວ່າບົດບາດຫຼັກຂອງພວກເຮົາແມ່ນສະໜັບສະໜູນສົ່ງເສີມແນະນຳຜະລິດຕະພັນຈາກເກົາຫຼີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດລາວ ແລະ ເຫັນໄດ້ວ່າ ສປປ ລາວ ພວມປະສົບກັບການຂາດແຄນເງິນຕາຕ່າງປະເທດ ແລະ ອັດຕາເງິນເຟີ້ໃນການນຳເຂົ້າສິນຄ້າ ດ້ວຍເຫດນີ້ ທາງພວກຂ້າພະເຈົ້າໄດ້ມີໂຄງການຫຼາກຫຼາຍເພື່ອສະໜັບສະໜູນ ແລະ ສືບຕໍ່ຊຸກຍູ້ນັກລົງທຶນຈາກ ສ.ເກົາຫຼີ ພ້ອມກັບສຸມໃສ່ການສະໜັບສະໜູນຜູ້ສົ່ງອອກໃນລາວ ໂດຍສະເພາະຂະແໜງອຸດສາຫະກຳ ກະສິກຳ ແລະ ແຮ່ທາດ ໂດຍສົມທົບຮ່ວມມືກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!