ປະດັບຫຼຽນໄຊແຮງງານໃຫ້ບຸກຄົນ ແລະ ກົມກອງ ສໍານັກພິມຈຳໜ່າຍສຶກສາ ສສ ຫວຽດນາມ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີປະດັບຫຼຽນໄຊແຮງງານໃຫ້ບຸກຄົນ ແລະ ກົມກອງ ສໍານັກພິມຈຳໜ່າຍສຶກສາ ສສ ຫວຽດນາມ ວັນທີ 19 ພຶດສະພາ 2022 ຜ່ານມາ ທີ່ຫ້ອງປະຊຸມ ສສກ ໂດຍເປັນກຽດປະດັບຫຼຽນຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ຫງວຽນ ດຶກ ທາຍ ປະທານສະພາບໍລິຫານສໍານັກພິມຈໍາໜ່າຍສຶກສາ ສສ ຫວຽດນາມ ທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ສສກ ພ້ອມດ້ວຍຫົວໜ້າຫ້ອງການ ຫົວໜ້າກົມ ຜູ້ອໍານວຍການສະຖາບັນພາຍໃນກະຊວງ ທູດສຶກສາ ແລະ ວັດທະນະທໍາ ສະຖານທູດຫວຽດນາມປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໃນພິທີ ທ່ານ ອິນທະວົງ ມະນີທອງ ຮອງກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານດໍາລັດຂອງປະທານປະເທດ ແລະ ຂໍ້ຕົກລົງຍ້ອງຍໍຂອງກະຊວງ ສສກ ເຊິ່ງມີການປະດັບຫຼານໄຊແຮງງານຊັ້ນ I ຈໍານວນ 1 ທ່ານ ຫຼານໄຊແຮງງານຊັ້ນ II ຈໍານວນ 1 ທ່ານ ຫຼານໄຊແຮງງານຊັ້ນ III ຈໍານວນ 3 ທ່ານ 1 ກົມກອງ ແລະ ຫຼຽນກາມິດຕະພາາບ ຈໍານວນ 2 ທ່ານ ທີ່ມີຜົນງານດີເດັ່ນປະກອບໃນການພົວພັນຮ່ວມມືລະຫວ່າງສໍານັກພິມຈຳໜ່າຍສຶກສາ ສສ ຫວຽດນາມ ກັບບໍລິສັດລັດວິສາຫະກິດອຸປະກອນການສຶກສາຂອງລາວ ທາງດ້ານເຕັກນິກວິຊາການ ເຝິກອົບຮົມຍົກລະດັບໃຫ້ພະນັກງານ ຊ່ວຍເຫຼືອດ້ານອຸປະກອນເຄື່ອງຈັກຜະລິດເພື່ອຮັບໃຊ້ວຽກງານສຶກສາ ໃນໄລຍະເວລາຜ່ານມາ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສຳນັກພິມຈໍາໜ່າຍສຶກສາ ສສ ຫວຽດນາມ ຄົບຮອບ 65 ປີ (1 ມິຖຸນາ 1957-1 ມິຖຸນາ 2022) ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ນອກຈາກນີ້ ໃນພິທີ ທ່ານ ຫງວຽນ ດຶກ ທາຍ ຍັງໄດ້ມອບປຶ້ມວັດຈະນານຸກົມ ລາວ-ຫວຽດ ຫວຽດ-ລາວ ໃຫ້ກະຊວງ ສສກ ຕື່ມອີກ.

error: Content is protected !!