ປີໜຶ່ງ ມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນ

    ທຸກໆປີ ກະຊວງສາທາລະນະສຸກ ແລະ ຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບອົງການອະນາໄມໂລກ ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ ສັງຄົມ ແລະ ເສດຖະກິດ.

    ວັນທີ 23 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາທີ່ຈະມາເຖິງນີ້ວ່າ: ການສະເຫຼີມສະຫຼອງວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້  ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ  ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ນັບແຕ່ການຕັດໄມ້ທໍາລາຍປ່າເພື່ອປູກຢາສູບ ການເຮັດສວນຢາສູບຍັງທຳລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີເປັນຈຳນວນຫຼວງຫຼາຍ ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນ ເຊິ່ງເປັນການທຳລາຍທຳມະຊາດເຊັ່ນກັນ ນອກນີ້ ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີຄວາມປອດໄພ ຄວັນຢາສູບເປັນໜຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ມີແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ. ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ່ມຂື້ນເປັນ 1 ຕື້ຄົນພາຍໃນສັດຕະວັດນີ້.

    ສຳລັບ ສປປ ລາວ ອີງຕາມການສຳຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ນອກນີ້ ການສໍາຫຼວດກ່ຽວກັບການສູບຢາຂອງໄວໜຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວໜຸ່ມຊາຍ ແລະ ຍິງ ສູບຢາສູບຈາກໂຮງງານ 10,7% ແລະ 2,1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ.

    ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ສະເໜີໃຫ້ເຫັນວ່າຄົນລາວເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ ນອກນັ້ນ ຍັງຊີ້ໃຫ້ເຫັນເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດແມ່ນ 428 ລ້ານໂດລາ ຫຼື ປະມານ 2,24% ຂອງ GDP. ກະຊວງສາທາລະນະສຸກຈຶ່ງໄດ້ປັບປຸງກົດໝາຍວ່າດ້ວຍການຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ ການນໍາເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ ໃຫ້ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ

# ຂ່າວ – ພາບ : ຂັນທະວີ

error: Content is protected !!