ວິທະຍາຄານກົມມະດຳ ມອບ-ຮັບໜ້າທີ່ີຫົວໜ້າຫ້ອງການເມືອງຜູ້ໃໝ່

     ວັນທີ 20 ພຶດສະພາ 2022  ວິທະຍາຄານກົມມະດຳ ໄດ້ຈັດຕັ້ງພິທີຮັບຫົວໜ້າຫ້ອງການເມືອງຜູ້ໃໝ່ ໂດຍມີຄະນະຫ້ອງການ ບັນດາພະແນກການທີ່ຂຶ້ນກັບຫ້ອງການເມືອງເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຮອງຫົວໜ້າຫ້ອງການເມືອງ ໄດ້ລາຍງານການຈັດຕັ້ງຂອງຮາກຖານພັກ ແລະ ການຊີ້ນຳສາຍບັນຊາຂອງຫ້ອງການເມືອງໄລຍະຜ່ານມາ ໃຫ້ສະຫາຍພັນໂທ ຄຳໄຊ ອ່ອນມົນແສງ ອະດີດຮອງຫົວໜ້າຫ້ອງອົບຮົບ-ກໍ່ສ້າງ ທີ່ຖືກຍົກຍ້າຍມາຮັບໜ້າທີ່ເປັນຫົວໜ້າຫ້ອງການເມືອງຜູ້ໃໝ່ ປ່ຽນແທນສະຫາຍ ພັນໂທ  ສົມໄຫວ ແໜງໄຊຄູນ ອະດີດຫົວໜ້າຫ້ອງການເມືອງຜູ້ເກົ່າທີ່ເສຍຊິວິດ ທັງນີ້ ກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1436/ກປທ ວ່າດ້ວຍການແຕ່ງຕັ້ງຄະນະອໍານວຍການ ແລະ ຄະນະຫ້ອງໃຫ້ຖືກຕ້ອງຕາມໂຄງປະກອບຂອງການຈັດຕັ້ງວິທະຍາຄານກົມມະດຳ ທັງເປັນການກໍ່ສ້າງບູລະນະກົງຈັກການຈັດຕັ້ງໃຫ້ເປັນລະບົບຄົບຊຸດ ຕາມໂຄງການຈັດຕັ້ງແຕ່ລະຂັ້ນໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ໜັກແໜ້ນ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ ເປັນຕົ້ນ ວຽກງານດ້ານການເມືອງ-ນຳພາແນວຄິດເປັນກົກ ແລະ ນຳໃຊ້ວິຊາສະເພາະໃນການເຄື່ອນໄຫວວຽກງານດ້ານຕ່າງໆໃຫ້ສຳເລັດຫນ້າທີ່ຕາມການມອບໝາຍໃຫ້ ສົມກັບຄວາມໄວ້ເນື້ອເຊື່ອໃຈທີ່ຂັ້ນເທິງ ແລະ ການຈັດຕັ້ງມອບໝາຍໃຫ້.

    ສະຫາຍ ພັນໂທ ຄຳໄຊ ອ່ອນມົນແສງ ຮອງອຳນວຍການ ຫົວໜ້າຫ້ອງການເມືອງ ວິທະຍາຄານຜູ້ໃໝ່ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກຫຼາຍດ້ານໃຫ້ບັນດາພະແນກການ ແລະ ພະນັກຫຼັກແຫຼ່ງພາຍໃນຫ້ອງການເມືອງ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ມີແບບແຜນວິທີນຳພາເຮັດວຽກເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບວຽກແຕ່ລະດ້ານ ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ກໍ່ສ້າງກົມກອງໃຫ້ນັບມື້ນັບເຂັ້ມແຂງກ້າວໜ້າຂຶ້ນເລື້ອຍໆ.

error: Content is protected !!