ເມືອງສີໂຄດຕະບອງ ຄອງແຊັມ 5 ສະໄໝ ໃນການແຂ່ງຂັນສີລະປະນັກຮຽນ ສາມັນສຶກສາ ນວ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສີລະປະວັນນະຄະ ດີຂອງນັກຮຽນຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ ຂຶ້ນວັນທີ 20 ພຶດສະພາ 2022 ທີ່ສູນການ ຄ້າທົ່ງຂັນຄຳ ນວ ໂດຍມີທ່ານ ສີທົນ ດາວພະລັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ວິລະວັນ ບຸນສຸກໄທ ຫົວນ້າກົມກີລາມວນຊົນ ພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານເຈົ້າ​ເມືອງ ຮອງ​ເຈົ້າ​ເມືອງ ຫົວ​ໜ້າ ຮອງ​ຫົວ​ໜ້າຫ້ອງ​ການສືກ​ສາ​ທິ​ການ ແລະ ກີ​ລາ 9 ເມືອງ ແຂກຖືກເຊີນ ຄູ-ອາຈານ ນັກຮຽນ ແລະ ມວນຊົນ ຊາວ ນວ ເຂົ້າຮ່ວມ

    ການ​ແຂ່ງ​ຂັນ​ສີລະ​ປະ​ໃນ​ຄັ້ງ​ນີ້​ ​ເປັນ​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ຍຸດ​ທະ​ສາດ​ຂອງ​ພະ​ແນກ​ສຶກ​ສາ ໃຫ້​ສອດ​ຄ່ອງ​ກັບ 5 ຫຼັກ​ມູນ​ຂອງ​ການ​ສຶກ​ສາ ເປັນ​ສົ່ງ​ເສີມ​ໃຫ້​ຊາວ​ໜຸ່ມເຍົາ​ວະ​ຊົນ​ຜູ້​ທີ່​ຮັກ​​ມັກສິລະ​ປະ ເປັນ​ການ​ຮັກ​ສາວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພນີ​ຂອງ​ຊາດ ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ ປະ​ກອບ​ມີ​ທັງ​ໝົດ 12 ຄະ​ນະ ມາ​ຈາກ 9 ຕົວ​ເມືອງ ການ​ແຂ່ງ​ຂັນ​ມີ 2 ລາຍ​ການ ຄື ຮ້ອງ​ເພງ ແລະ ຟ້ອນ​ປະ​ກອບ​ສຽງ​ເພງ.

    ສຳລັບລາງວັນປະເພດຮ້ອງເພງ ອັນດັບ1 ຈະໄດ້ຮັບຂັນລາງວັນ ພ້ອມເງິນສົດ 800.000 ກີບ ແລະ ຂອງຂວັນຈາກບໍລິສັດນ້ຳຫວານລາວ ອັນດັບ 2 ໄດ້ຮັບຂັນລາງວັນ ພ້ອມເງິນສົດ 700.000 ກີບ ອັນດັບທີ 3 ໄດ້ຮັບຂັນລາງວັນ ພ້ອມເງິນສົດ 500.000 ກີບ ແລະ ລາງວັນຊົມເຊີຍ ໄດ້ຮັບເງິນຜູ້ລະ 100.000 ກີບ ສ່ວນ ລາງວັນປະເພດຟ້ອນປະກອບສຽງເພງ ອັນດັບ1 ຈະໄດ້ຮັບຂັນລາງວັນ ພ້ອມເງິນສົດ 2.000.000 ກີບ ແລະ  ຂອງຂວັນຈາກບໍລິສັດນ້ຳຫວານລາວ ອັນດັບ 2 ໄດ້ຮັບຂັນລາງວັນ ພ້ອມເງິນສົດ 1.500.000 ກີບ ອັນດັບທີ 3 ໄດ້ຮັບຂັນລາງວັນ ພ້ອມເງິນສົດ 1.000.000ກີບ  ແລະ  ລາງວັນຊົມເຊີຍ  ໄດ້ຮັບເງິນພາກສ່ວນລະ 500.000 ກີບ.

    ຜົນການແຂ່ງຂັນປະເພດຮ້ອງເພງ ອັນດັບ1 ແມ່ນເມືອງປາກງື່ມ ອັນດັບ2 ຈາກໂຮງຮຽນ ມສ ລາວ-ຫວຽດນາມ ອັນດັບ 3 ເມື່ອງສີໂຄດຕະບອງ ສ່ວນປະເພດຟ້ອນປະກອບເພງ ອັນດັບ1 ເມືອງສີໂຄດຕະບອງ ແລະ ເປັນແຊັມສະໄໝທີ 5 ຕິດຕໍ່ກັນ ອັນດັບ 2 ເມືອງໄຊເສດຖາ ແລະ ອັນດັບ 3 ແມ່ນເມືອງຫາດຊາຍຟອງ.

# ຂ່າວ – ພາບ :  ບຸນມີ

error: Content is protected !!