ເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ

    ພິທີໄຂຊຸດເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ຈັດຂຶ້ນວັນທີ 21 ພຶດສະພາ 2022 ທີ່ ກົມວັນນະຄະດີ ແລະ ພິມຈຳໜ່າຍ (ຄຸ້ມສີເມືອງ) ກະຊວງຖະແຫຼ່ງຂ່າວ ວັດທະນະນຳ ແລະ ທ່ອງທ່ຽວ (ຖວທ) ໂດຍມີທ່ານ ປອ ນາງ ບົວໄຂ ເພັງພະຈັນ ຫົວໜ້າສີລະປະ ວົດທະນະທຳ ກະຊວງ ຖວທ ພ້ອມດ້ວຍທ່ານຮອງຫົວໜ້າກົມ ພະແນກການ ຜູ້ຊົງຄຸນວຸດທິ ນັກປະພັນ ແລະ ນັກເຝິກອົບຮົມຈາກພາກ ສ່ວນຕ່າງໆເຂົ້າຮ່ວມ.

    ການເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ແມ່ນການເຄື່ອນໄຫວດ້ານວັດທະນະທໍາການຂີດຂຽນສໍາລັບໄວໜຸ່ມນັກຮຽນ ນັກສຶກສາ ພະນັກງານ ທະຫານ ຕໍາຫຼວດ ພໍ່ຄ້າຊາວຂາຍ ກໍາມະກອນ ຕະຫຼອດຮອດປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ແລະ ຊາວຕ່າງດ້າວ ຜູ້ທີ່ຄວາມມັກຮັກ ແລະ ມີຄວາມສົນໃຈກ່ຽວກັບວັນນະຄະດີລາວ ພາຍໃຕ້ການຊີ້ນໍາ-ນໍາພາຂອງກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງ ຖວທ ວິຊາທີ່ນໍາມາເຝິກອົບຮົມມີ : ການແຕ່ງເລື່ອງສັ້ນ ການແຕ່ງກາບກອນ ແລະ ການແຕ່ງນະວະນິຍາຍ.

    ສໍາລັບການເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ນັບແຕ່ປີ 2002 ຮອດປະຈຸບັນ ໂດຍສັງລວມແລ້ວ ແຕ່ລະປີຫຼາຍສຸດບໍ່ເກີນ 120 ຄົນ/ປີ ແລະ ປີໜ້ອຍສຸດບໍ່ຫຼຸດ 30 ຄົນ/ປີ ເຊິ່ງປີນີ້ ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 37 ຄົນ ຍິງ 15 ຄົນ ພະສົງ 3 ອົງ ແບ່ງວິຊາວິຊາທີ່ຈະເຝິກອົບຮົມມີຄື: ຝຶກແຕ່ງເລື່ອງສັ້ນ 15 ຄົນ ຍິງ 7 ຄົນ ພະສົງ 3 ອົງ ເຝິກແຕ່ງກາບກອນ 14 ຄົນ ຍິງ 5 ຄົນ ແລະ ເຝິກແຕ່ງນະວະນິຍາຍ 8 ຄົນ ຍິງ 3 ຄົນ ເພື່ອສະດວກໃນການເຂົ້າຮ່ວມຂອງນັກຮຽນ-ນັກສຶກສາ ການເຝິກອົບຮົມຈະໄດ້ດໍາເນີນສະເພາະວັນເສົາ ແລະ ວັນອາທິດ ເປັນເວລາ 4 ອາທິດ ຫຼື 8 ວັນ ເຊິ່ງສະຖານທີ່ແມ່ນຢູ່ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງ ຖວທ (ຄຸ້ມສີເມືອງ) ໄລຍະເຝິກອົບຮົມ ແຕ່ວັນທີ 21 ພຶດສະພາ ຫາ 12 ມິຖຸນາ 2022 ຈຶ່ງຈະສຳເລັດ.

error: Content is protected !!