ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກອ່າງນ້ຳງື່ມຄືບໜ້າຫຼາຍກວ່າ 10%

    ຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຄະນະຮັບຜິດຊອບທະນາຄານພັດທະນາອາຊີ (ADB) ພະແນກ ຖວທ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ວຽກງານໂຄງການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວໄລຍະ2 ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 19 ພຶດສະພາ 2022  ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບໜູນເງິນທຶນຈາກທະນາຄານພັດທະນາອາຊີ (ADB) ເປົ້າໝາຍເພື່ອພັດທະນາໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນການສ້າງລາຍຮັບ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ.

    ໃນການລົງຕິດຕາມໂຄງການຄັ້ງນີ້ ຄະນະຮັບຜິດຊອບໂຄງການ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ໄຊຍະຫວັດ ຈັນທະວົງສາ ວິສາວິສະວະກອນທີ່ປືກສາປະສານງານພາກສະໜາມ ບໍລິສັດ ssc ໄດ້ຕາງໜ້າໃຫ້ແກ່ບໍລິສັດຄຳຟອງກຣຸບ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ເລີ່ມຕັ້ງແຕ່ໄດ້ລົງມືກໍ່ສ້າງມາຮອດປັດຈຸບັນ ສາມາດປະຕິບັດໄດ້ 10,85% ມີຫຼາຍໜ້າວຽກທີ່ສາມາດເຮັດໄດ້ ເປັນຕົ້ນແມ່ນ: ການສະໜອງເຄື່ອງມືອຸປະກອນຮັບໃຊ້ໂຄງການ ວຽກຮື້ຖອນສິ່ງປຸກສ້າງເກົ່າ ແລະ ອະນາໄມ ພ້ອມຕັດດິນເຂດມາລີນາ ວຽກຕັດດິນຂະຫຍາຍໜ້າທາງ ຕັ້ງແຕ່ km 6+372- km3+700 ວຽກວາງທໍ່ ແລະ ວຽກຍ່ອຍຈຳນວນໜຶ່ງ ແລະ ຄາດວ່າໂຄງການດັ່ງກ່າວນີ້ຈະໃຫ້ສຳເລັດໃນເດືອນມິຖຸນາ 2023.

error: Content is protected !!