ມອບໃບປະກາສະນີຍະບັດປະລິນຍາຕີຕໍ່ເນື່ອງ ສາຂາວິຊາບໍລິຫານທຸລະກິດ ຊຸດທີ 1

    ສະຖາບັນທຸລະກິດແສງສະຫວັນ ຈັດພິທີມອບໃບປະກາສະນີຍະບັດປະລິນຍາຕີຕໍ່ເນື່ອງ ສາຂາວິຊາບໍລິຫານທຸລະກິດ ຊຸດທີ 1 ສົກຮຽນ 2019-2021 ວັນທີ 21 ພຶດສະພາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດມອບໂດຍທ່ານ ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດຊຸດທີ 9 ປະທານກຸ່ມການສຶກສາແສງສະຫວັນ ປະທານສະມາຄົມການສຶກສາພາກເອກະຊົນ ມີຜູ້ຕາງໜ້າຫ້ອງການ ກົມ ກະຊວງສຶກສາທິການ ແລະ ກີລາ ພະແນກການສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ບັນດາອໍານວຍການໂຮງຮຽນ ສະຖາບັນການສຶກສາ ແລະ ນ້ອງນັກສຶກສາເຂົ້າຮ່ວມ.

    ທ່ານ ຊາຍສົມພົນ ພອນຄໍາປານ ຮອງອໍານວຍການສະຖາບັນການສຶກສາແສງສະຫວັນ ລາຍງານໃຫ້ຮູ້ວ່າ: ສະຖາບັນແສງສະຫວັນໄດ້ຍົກຖານະເປັນວິທະຍາໄລບໍລິຫານທຸລະກິດ ເປີດສອນຫຼັກສູດຊັ້ນສູງ ປະລິນຍາຕີ ແລະ ປະລິນຍາໂທໃນປີ 2001 ແລະ ປີ 2019 ໄດ້ຍົກສະຖານະເປັນສະຖາບັນທຸລະກິດແສງສະຫວັນ ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ປັດຈຸບັນ ໄດ້ເປີດສອນຫຼັກສູດປະລິນຍາຕີ ແລະ ປະລິນຍາຕີຕໍ່ເນື່ອງທັງໝົດ 5 ຫຼັກສູດຄື: ສາຂາວິຊາບໍລິຫານທຸລະກິດ ສາຂາຜູ້ປະກອບການ ສາຂາການຄ້າເອເລັກໂຕຣນິກ ສາຂາພາສາອັງກິດ ແລະ ສາຂາວິສາວະກໍາຊອບແວ່ ຄອມພິວເຕີ ໃນນັ້ນມີຫຼັກສູດການຮ່ວມມືກັບມະຫາວິທະຍາໄລ ເຟພີທີ ສສ ຫວຽດນາມ ນອກນັ້ນ ຍັງມີການຮ່ວມມືພາຍໃນ ແລະ ຕ່າງປະເທດເປັນສິ່ງສໍາຄັນກັບສະຖາບັນການສຶກສາ ສະເພາະຈັດຕັ້ງການຮຽນ-ການສອນ ໄລຍະເກືອບ 24 ປີຜ່ານມາ ສະຖາບັນແສງສະຫວັນໄດ້ມີຜົນສໍາເລັດຫຼາຍດ້ານທີ່ສໍາຄັນເຊັ່ນ: ໄດ້ສ້າງນັກສຶກສາຈົບຫຼັກສູດຊັ້ນສູງ 12 ຊຸດ ປະລິນຍາຕີ 12 ຊຸດ ແລະ ປະລິນຍາໂທ 4 ຊຸດ ເຊິ່ງນັກສຶກສາທີ່ຈົບໄປ ໄດ້ມີວຽກເຮັດງານທໍາ ພ້ອມນັ້ນ ສະຖາບັນດັ່ງກ່າວຍັງໄດ້ສຸມໃສ່ພັດທະນາໂຄງການຫຼັກສູດ ແລະ ສົ່ງເສີມການຄົ້ນຄວ້າວິໄຈຫຼາຍຫົວຂໍ້ທີ່ສາມາດເອົາໄປນໍາໃຊ້ເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ໄດ້ຂະຫຍາຍວິທະຍາເຂດແຫ່ງໃໝ່ຂຶ້ນເປັນແຫ່ງທີ 2 ແລະ ເປີດການຮຽນ-ການສອນຫຼັກສູດປະລິນຍາຕີ 5 ສາຂາ.

    ສໍາລັບນັກສຶກສາທີ່ສໍາເລັດການສຶກສາໃນຫຼັກສູດປະລິນຍາຕີຕໍ່ເນື່ອງ ສາຂາບໍລິຫານທຸລະກິດຊຸດທີ 1 ໄດ້ມີການຈັດຕັ້ງການຮຽນ-ການສອນຄື: ຫຼັກສູດດັ່ງກ່າວໄດ້ຮັບອະນຸຍາດເປີດການຮຽນ-ການສອນຈາກກະຊວງສຶກສາທິການ ແລະ ກີລາ ຕາມຂໍ້ຕົກລົງເລກທີ 4342/ສສກ ການຮຽນ-ການສອນໄດ້ດໍາເນີນໃນໄລຍະ 2 ປີ ມີ 65 ໜ່ວຍກິດ ມີນັກສຶກສາທັງໝົດ 36 ຄົນ ແລະ ຜ່ານການສອບເສັງຄົບຕາມລາຍວິຊາ ໄດ້ລົງເຝິກງານ ແລະ ໄດ້ຜ່ານການປະເມີນຕາມລະບຽບການທີ່ຫູັກສູດກໍານົດໄວ້ ໃນນັ້ນ ໄດ້ຂຽນບົດລາຍງານຈົບຊັ້ນ 1 ຄົນ 1 ຫົວບົດ ເຊິ່ງຜ່ານການປ້ອງກັນບົດຈົບ ໂດຍມີຄະນະກໍາມະການປະເມີນ ດັ່ງນັ້ນ ມີຜູ້ທີ່ຈົບການສຶກສາຊຸດນີ້ ແລະ ມີໜ້າເຂົ້າຮັບໃບປະກາສະນີຍະບັດຈໍານວນ 36 ຄົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!