ຄະນະບໍລິຫານງານຊາວໜຸ່ມກະຊວງກະສິກໍາ ແລະ ປ່າໄມ້ ສ້າງຂະບວນການປູກຕົ້ນໄມ້ເນື້ອທີ່ຫຼາຍກວ່າ 3 ເຮັກຕາ

    ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງກະສິກໍາ ແລະ ປ່າໄມ້ ສ້າງຂະບວນການປູກຕົ້ນໄມ້ ແລະ ຫຍ້າລ້ຽງສັດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ຄົບຮອບ 42 ປີ ຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ວັນທີ 22 ພຶດສະພາ 2022 ໂດຍການນໍາພາຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ບຸນຈັນ ກົມບູນຍະສິດ ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວສູນກາງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະພັກຮາກຖານຕ່າງໜ້າ 3 ອົງການຈັດຕັ້ງອ້ອມຂ້າງກະຊວງ ບັນດາຊາວໜຸ່ມຕາງໜ້າຈາກສູນກາງ ກະຊວງ ອົງການທຽບເທົ່າ ນະຄອນຫຼວງວຽງຈນ ຊາວໜຸ່ມມາຈາກຮາກຖານອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 200 ກວ່າຄົນ.

    ຕົ້ນໄມ້ແລະແນວພັນຫຍ້າທີ່ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງກະສິກຳ ແລະປ່າໄມ້ປູກໃນຄັ້ງນີ້ມີຈຳນວນ 20 ກວ່າຊະນິດ ປະກອບມີ ຫຍ້າປະເພດໃຫ້ລ້ຽງສັດ  ຕົ້ນໄມ້ໃຫ້ໝາກເຊັ່ນ:  ຕົ້ນໝາກກ້ຽງ ໝາກຂີ່ຫູດ ໝາກສີດາ ແລະ ອື່ນໆ ລວມເນື້ອທີ່ປູກທັງໝົດຫຼາຍກວ່າ 3 ເຮັກຕາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!