ການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ

    ໜັງ­ສື­ພິມ “Khmer Time” ໄດ້​ອອກ​ຂ່າວ​ໃນ​ວັນ​ທີ 10 ກຸມ­ພາ 2020 ທີ່​ໄດ້​ກ່າວ​ອ້າງ​ວ່າ “ຊາຍ​ແດນ​ລາວ-ກຳ­ປູ­ເຈຍ ມີ​ສະ­ພາບ​ເຄັ່ງ​ຕຶງ ໃນ​ໄລ­ຍະ 2-3 ປີ ທີ່​ຜ່ານ​ມາ ເນື່ອງ​ຈາ​ກວ່າ​ທະ­ຫານ​ລາວ ໄດ້​ລ່ວງ​ລ້ຳ​ເຂົ້າ​ໃນ​ເມືອງ​ແສບ ແຂວງ​ເພຣຍ​ວິ​ເຮຍ ໃນ​ປີ 2019 ແລະ ເຂດ​ພື້ນ​ທີ່​ມອມ​ເບ ແຂວງ​ຊຽງ​ແຕງ ໃນ​ປີ 2017 ແລະ ກຳ­ປູ­ເຈຍ ກໍ​ໄດ້​ມີ​ການ​ຕອບ​ໂຕ້​ໂດຍ​ໄດ້​ສົ່ງ​ກອງ​ທະ­ຫານ​ໄປ​ບໍ­ລິ­ເວນ​ດັ່ງ­ກ່າວ”.

    ຂ່າວ​ດັ່ງ­ກ່າວ​ນີ້ ແມ່ນ​ບໍ່​ສອດ­ຄ່ອງ​ກັບ​ຄວາມ​ເປັນ​ຈິງ​ທີ່​ເກີດ​ຂຶ້ນ​ແຕ່​ຢ່າງ­ໃດ ເພາະ​ຜ່ານ​ມາ ສປປ ລາວ ໃຫ້​ຄວາມ​ເຄົາ­ລົບ​ຕໍ່​ອຳ­ນາດ​ອະ­ທິ­ປະ​ໄຕ ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ທຸກ​ປະ­ເທດ​ທີ່­ຢູ່​ອ້ອມ​ຂ້າງ ສປປ ລາວ ລວມ​ທັງ ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ຊຶ່ງ​ຜ່ານ​ມາ ລາວ​ໄດ້​ໃຫ້­ການ​ເຄົາ­ລົບ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ຄຳ​ຕົກ­ລົງ​ຂອງ​ສອງ​ຝ່າຍ​ຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ແລະ ບໍ່​ເຄີຍ​ລ່ວງ​ລ້ຳ​ເຂົ້າ​ໄປ​ເມືອງ ແລະ ບໍ­ລິ­ເວນ​ດັ່ງ­ກ່າວ​ທີ່​ຝ່າຍ​ກຳ­ປູ­ເຈຍ​ໄດ້​ກ່າວ​ຫາ ໃນ​ຊຸມ​ປີ​ດັ່ງ­ກ່າວ ຝ່າຍ​ລາວ​ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ການ​ດຳ­ເນີນ​ກິດ­ຈະ­ການ​ບໍ່​ຖືກ­ຕ້ອງ ກໍ​ຄື ການ​ສ້າງ​ເສັ້ນ­ທາງ​ເລິກ​ເຂົ້າ​ບໍ­ລິ­ເວນ​ຄົງ​ຄ້າງ​ມິດ­ຕະ­ພາບ ແກ້ງ​ຕໍ​ມໍ​ຄອຍ-ຫ້ວຍ​ຕະ​ເງົາ ຊຶ່ງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ໃຫ້​ຮັກ­ສາ​ສະ­ຖາ­ນະ​ເດີມ ໂດຍ​ປາ­ສະ­ຈາກ​ສິ່ງ​ປຸກ​ສ້າງ​ຕ່າງໆ ເພື່ອ​ບໍ່​ໃຫ້​ສະ­ພາບ​ແວດ​ລ້ອມ​ຢູ່​ບໍ­ລິ­ເວນ​ຊາຍ​ແດນ​ມີ​ການ​ປ່ຽນ­ແປງ ຝ່າຍ​ລາວ​ຈຶ່ງ​ໄດ້​ໄປ​ລາດ​ກວດ­ກາ​ການ​ດຳ­ເນີນ​ກິດ­ຈະ­ການ​ດັ່ງ­ກ່າວ ໃນ​ຂະ­ນະ​ທີ່​ຝ່າຍ​ກຳ­ປູ­ເຈຍ ກໍ​ໄດ້​ສົ່ງ​ກຳ­ລັງ​ທະ­ຫານ​ຂອງ​ຕົນ​ເຂົ້າ​ໄປ​ບໍ­ລິ­ເວນ​ດັ່ງ­ກ່າວ ດັ່ງ­ນັ້ນ ຈຶ່ງ​ເຮັດ​ໃຫ້​ສະ­ພາບ​ຊາຍ​ແດນ​ຂອງ​ສອງ​ປະ­ເທດ​ເກີດ​ມີ​ຄວາມ​ເຄັ່ງ​ຕຶງ.

    ສປປ ລາວ ຍາມ​ໃດ​ກໍ​ຖື​ເອົາ​ການ​ແກ້​ໄຂ​ບັນ­ຫາ​ຊາຍ​ແດນ ລະ­ຫວ່າງ​ສອງ​ປະ­ເທດ ຢູ່​ບົນ​ພື້ນ­ຖານ​ຄວາມ​ສະ­ເໝີ­ພາບ ຄວາມ​ເປັນ​ທຳ ແລະ ເປັນ​ທີ່​ຍອມ­ຮັບ​ກັນ​ໄດ້​ດ້ວຍ​ຄວາມ​ເພິ່ງ​ພໍ­ໃຈ​ນຳ​ກັນ​ຂອງ​ສອງ​ຝ່າຍ ຫຼີກ​ລ່ຽງ​ການ​ປະ​ເຊີນ​ໜ້າ​ກັນ​ທາງ​ການ​ທະ­ຫານ ເຊິ່ງ​ຈະ​ນຳ­ໄປ​ສູ່​ຄວາມ​ເຄັ່ງ​ຕຶງ ແລະ ກະ­ທົບ​ຕໍ່​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ດີ ລະ­ຫວ່າງ ສອງ​ປະ­ເທດ ເຊິ່ງ​ສະ­ແດງ​ອອກ​ໃນ​ຮູບ​ແບບ​ທີ່​ທະ­ຫານ​ລາວ ແລະ ທະ­ຫານ​ກຳ­ປູ­ເຈຍ ທີ່​ປະ­ຈຳ­ການ ຫຼື ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ຊາຍ​ແດນ ແມ່ນ​ມີ​ການ​ພົວ­ພັນ​ກັນ​ດີ ແລະ ມີ​ການ​ໄປ­ມາ­ຫາ­ສູ່​ກັນ​ຢ່າງ​ເປັນ​ປົກ­ກະ­ຕິ.

    ບົນ​ພື້ນ­ຖານ​ຄວາມ​ເຂົ້າ​ອົກ​ເຂົ້າ­ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຍາວ​ນານ ລະ­ຫວ່າງ ສປປ ລາວ ແລະ ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ທັງ​ສອງ​ປະ­ເທດ​ເຫັນ​ດີ ມອບ​ໃຫ້​ຄະ­ນະ​ກຳ­ມະ­ການ​ຊາຍ​ແດນ​ຮ່ວມ​ຂອງ​ສອງ​ປະ­ເທດ ຮ່າງ​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ການ​ກຳ­ນົດ​ເສັ້ນ​ຊາຍ​ແດນ ລະ­ຫວ່າງ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ກັບ ລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ ໃນ​ບໍ­ລິ­ເວນ​ທີ່​ທັງ​ສອງ​ຝ່າຍ​ໄດ້​ສຳ​ຫຼວດ ແລະ ໄດ້​ຕົກ­ລົງ​ເປັນ​ເອ­ກະ​ພາບ​ກັນ​ແລ້ວ ເຊິ່ງ​ກວມ​ເອົາ 86% ຂອງ​ແລວ​ເຂດ​ຊາຍ​ແດນ ລະ­ຫວ່າງ ສອງ​ປະ­ເທດ ໃຫ້​ສຳ­ເລັດ​ໂດຍ​ໄວ ສຳ­ລັບ​ບໍ­ລິ­ເວນ​ຊາຍ​ແດນ​ທີ່​ຄົງ​ຄ້າງ​ສອງ​ຝ່າຍ ເຫັນ​ດີ​ຈະ​ສືບ­ຕໍ່​ປຶກ­ສາ​ຫາ­ລື ເພື່ອ​ຊອກ​ຊ່ອງ​ທາງ​ແກ້​ໄຂ​ບັນ­ຫາ​ຮ່ວມ​ກັນ​ແບບ​ສັນ­ຕິ​ວິ­ທີ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

    ພ້ອມ​ນີ້ ສອງ​ຝ່າຍ​ຍັງ​ເຫັນ​ດີ​ມອບ​ໃຫ້ ຄະ­ນະ​ກຳ­ມະ­ການ​ຊາຍ​ແດນ​ຮ່ວມ​ຂອງ​ສອງ​ປະ­ເທດ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ຖີ່ ໃນ​ເຂດ​ທີ່​ໄດ້​ສຳ­ເລັດ​ການ​ປັກ​ຫຼັກ​ໝາຍ​ແລ້ວ​ຄື 86% ດັ່ງ​ທີ່​ໄດ້​ລະ­ບຸ​ໄວ້​ຂ້າງ​ເທິງ ແລະ ຮ່ວມ​ກັນ​ສ້າງ​ແຜນ­ທີ່​ຊາຍ​ແດນ ເຊິ່ງ​ສະ­ແດງ​ເຖິງ​ເສັ້ນ​ຊາຍ​ແດນ ທີ່​ສອງ​ຝ່າຍ​ໄດ້​ຮັບ­ຮອງ​ຮ່ວມ​ກັນ​ແລ້ວ ເພື່ອ​ໃຊ້​ເປັນ​ເອ­ກະ­ສານ​ຊ້ອນ​ທ້າຍ​ສົນ­ທິ­ສັນ­ຍາ​ຂ້າງ​ເທິງ.

error: Content is protected !!