ແຂວງສາລະວັນ ໄດ້ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນເມື່ອບໍ່ດົນມານີ້ ທີ່ກອງບັນຊາການທະຫານແຂວ ງມີ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ – ແນວຄິດ ຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພັອ ຮວ່າງວັນເຢິ້ນ ຮອງເລຂາ ຫົວໜ້າການເມືອງທະຫານແຂວງເທື່ອທຽນເຫວ້ ພ້ອມດ້ວຍຜູ້ຕາງໜ້າຈາກແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ ອາໄລ ອາວອນນີ້ ໄດ້ມີການນໍາພັກ-ລັດຂອງພະແນກການອ້ອມຂ້າງແຂວງ ພະນັກງານ ທະຫານ ຕໍາຫຼວດ ນັກຮຽນຮູ້ ນັກສຶກສາ ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ ໃນນັ້ນ ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ ຕະຫຼອດໄລຍະຜ່ານມາ ປະຊາຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະ ປະຊາຊົນຊາວແຂວງສາລະວັນ ແຂວງເຊກອງ ມີຄວາມຊາບຊຶ້ງ ແລະ ຈົດຈຳຈາລຶກບຸນຄຸນຢ່າງບໍ່ມີວັນຫຼົງລືມໄດ້ ມູນເຊື້ອການຮ່ວມມື ສໍາພັນສູ້ຮົບລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍະລັກທີ່ສະຫວ່າງສະໄຫວ ແລະ ຢືນຢັນໄດ້ວ່າ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ແມ່ນການປະສານສົມທົບທີ່ມີປະສິດທິຜົນສູງ ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ.

ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງພວງມາລາເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້ ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ.
# ເພັດສະໝອນ