ທູດລາວປະຈຳ ສສ ຫວຽດນາມ ເຂົ້າຮ່ວມວາງພວງມາາລາ – ໄຕ້ທູບທຽນຢູ່ສູສານນັກຮົບເສຍສະຫຼະຫວຽດນາມ-ລາວ

    ວັນທີ 19 ພຶດສະພາ 2022 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະ ພະນັກ ງານສະຖານທູດຈຳນວນໜຶ່ງ ໄດ້ເດີນທາງໄປເຂົ້າຮ່ວມພີທີວາງພວງມາລາ ໄຕ້ທູບທຽນຢູ່ສູສານນັກຮົບເສຍສະຫຼະຫວຽດນາມ-ລາວ ທີ່ເມືອງແອັງເຊີນ ແຂວງເຫງະອານ ສສ ຫວຽດນາມ.

    ການເຂົ້າຮ່ວມໃນພິທີຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ນັກຮົບທີ່ເສຍສະຫຼະຊີວິດ ເພຶ່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະ ຫວຽດນາມ ພິເສດ ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິງ ຄົບຮອບ 132 ປີ (19/5/1890-19/5/2022) ທ່ານເອກອັກຄະລັດຖະທູດລາວ ຍັງໄດ້ໄປເຂົ້າຮ່ວມພິທີວາງພວງມາລາ ແລະ ໄຕ້ທູບທຽນຢູ່ສະຖານທີ່ທາງປະຫວັດສາດພິເສດແຫ່ງຊາດກີມລຽນ ນາມດ່ານ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິງ ເຊິ່ງເປັນຜູ້ທີ່ຮ່ວມກັບປະທານໄກສອນ ພົມວິຫານ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ກໍ່ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ກາຍເປັນສາຍພົວພັນທີ່ຊື່ສັດ ບໍລິສຸດຜຸດຜ່ອງ ໃສແຈ້ງ ແລະ ມີໜຶ່ງດຽວໃນໂລກ ໂອກາດນີ້ ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ ຍັງໄດ້ໄປເຂົ້າຮ່ວມພິທີປິດງານເທສະການບ້ານດອກບົວ ພາຍໃຕ້ຫົວ ຂໍ້ທີ່ວ່າ “ເຫງະອານ-ບ້ານດອກບົວ ບ່ອນເກີດຂອງປະທານໂຮ່ຈີມິງ ນະຄອນໂຮ່ຈີມິງ-ນະຄອນຊື່ແຫ່ງທອງຄຳ” ທີ່ຈັດຂຶ້ນຢູ່ສະໜາມຫຼວງ ແຂວງເຫງະອານ.

# ພາບ ແລະ ຂ່າວ : ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ

error: Content is protected !!