ທັບນັກກີລາລາວ ສາມາດຍາດໄດ້ແລ້ວ 2 ຫຼຽນຄຳ 7 ຫຼຽນເງິນ ແລະ 28 ຫຼຽນທອງ

    ງານມະຫະກໍາກີລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ ປິດສາກລົງຢ່າງເປັນທາງການ ໃນວັນທີ 23 ພຶດສະພາ 2022 ທັບນັກກີລາລາວສາມາດຍາດມາໄດ້ 2 ຫຼຽນຄຳ 7 ຫຼຽນເງິນ ແລະ 28 ຫຼຽນທອງ.

    ສໍາລັບ 2 ຫຼຽນຄໍາ ແມ່ນໄດ້ມາຈາກກີລາໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພີກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ ສ່ວນ 7 ຫຼຽນເງິນ ໄດ້ຈາກນັກກີລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ ທ້າວ ແສງສຸລີ ຈັນທະປັນຍາ ນັກກີລາກາຣາເຕໂດ ຮຸ່ນນໍ້າໜັກ -84 ກິໂລ ທ້າວ ທອດນີ້ ນັກກີລາເປຕັງ ຊຸດຕີ້ງຍິງ ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ທີມຊຸດປະສົມ ຍິງ 2 ຊາຍ 1 ນາງ ຈັນສະໝອນ ວົງສະຫວັດ ນາງ ມະນີວັນ ສຸລິຍາ ແລະ ທ້າວ ອານູລັກ ແວວມະນີ ກີລາຢູໂດ ຄູ່ຍິງ ນາງ ພອນວັນ ສີອຳພອນ ແລະ ນາງ ວຽງໄຊ ວິໄລພອນ ກີລາກະຕໍ້ ຄູ່ຍິງ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ ຮ້ອຍໂທ ນາງ ນໍຄໍາ ວົງໄຊ ແລະ ນາງ ສອນສະຫວັນ ແກ້ວສຸລີຍາ ແລະ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ ທ້າວ ສຸພະໄຊ ສິດທິສານ.

    ສ່ວນ 28 ຫຼຽນທອງ ໄດ້ຈາກ ເປຕັງ ປະເພດທີມຄູ່ຍິງ ນາງ ນອນນີ້ ພັນທະລີ ແລະ ນາງ ນ້ອຍ ມະນີທອນ ເປຕັງ ປະເພດທີມຄູ່ຊາຍ ທ້າວ ວິໄລສັກ ລາດສະວົງ ແລະ ທ້າວ ບຸນທະມີ ສຸທຳມະວົງ ເປຕັງ ປະເພດທີມຊຸດຍິງ ນາງ ອິນດາວັນ ດວງມະນີຈັນ ອັດສະນີ ດາລາວັນ ຄູນ ສຸກສະຫວັດ ແລະ ອາລີ ແສງຈັນເພັດ ເປຕັງ ປະເພດທີມຊຸດຊາຍ ທ້າວ ໂຊກອານັນ ຟອງຊານຸວົງ ທ້າວ ຫຼ້າ ມຽນມະນີ ທ້າວ ພຸດທະລາ ແກ້ວກັນນຸກາ ແລະ ທ້າວ ຄຳຟັ້ນ ແສງແກ້ວ ຄິກບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າ 60 ກິໂລ ທ້າວ ສຸກັນ ໄຕປັນຍາ ຄິກບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າ 57 ກິໂລ ທ້າວ ທອງບາງ ເຊື້ອພົມ ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 60 ກິໂລ ນາງ ຄຳໝາຍ ລາດສະວົງ ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 56 ກິໂລ ນາງ ມີນາວັນ ອຸປະຊາ ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 65 ກິໂລ ທ້າວ ກິ່ງເພັດ ອ່ອນພີມ ປັນຈັກສີລັດ ຟ້ອນມີອາວຸດ ນາງ ປຸກກີ້ ສະເຫຼີມບຸຜາ ປັນຈັກສີລັດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລ ທ້າວ ບົວວັນ ຄູນເພັງແກ້ວ ປັນຈັກສີລັດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -60 ກິໂລ ທ້າວ ຈັນສະໝອນ ພົມໂຊພາ ເພາະກາຍ ທ້າວ ພຸດສະຫວັນ ສີຊົມພູ ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 58 ກິໂລ ທ້າວ ພູວິໄລ ຍົມມະລາດ ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 73 ກິໂລ ນາງ ທິດາສະຫວັນ ທົດສະຈິດ ເທຄວັນໂດ ປະເພດປຸມເຊທີມຍິງ ນາງ ເມຈິ ວົງສາ ນາງ ຍອດທິດາ ແກ່ນໂພຄຳ ແລະ ນາງ ບົວສະຫວັນ ວົງສະຫວັດ ເທຄວັນໂດ ປະເພດປຸມເຊທີມປະສົມ ນາງ ກິດາວອນ ພິລາວົງ ນາງ ພິລາວັນ ລັກທະຈັກ ທ້າວ ອາເຊິນ ລາດວົງໄຊ ທ້າວ ລັກກີ້ ແສງມະນີ ແລະ ທ້າວ ສຸລະສັກ ສີປັນຍາ.

    ຢູໂດຟ້ອນກາຕາຄູ່ຊາຍ ທ້າວ ວຽງວິໄລ ຈັນສີ ແລະ ຮ້ອຍໂທ ທ້າວ ຈິນດາວອນ ສີວັນວິໄລ ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 76 ກິໂລ ນາງ ໂອໄດ ລາດສົມພູ ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 125 ກິໂລ ພອນໄຊ ພະຈັນໄຊ ໂວວີນາມ ຟ້ອນທີມປະສົມມີອາວຸດ ທ້າວ ໂພຄຳ ພົມມະຈັນ ທ້າວ ໄຊຊະນະ ຮວງລໍຄຳ ທ້າວ ພຸດທະສິນ ປ່ຽນປັນຍາ ແລະ ນາງ ພີກສະໄໝ ອິນສຸມັງ ໂວວີນາມ ຄູ່ຍິງບໍ່ມີອາວຸດຍິງ ນາງ ມາລາ ຈັນທະລັກສາ ແລະ ນາງ ກຸງກິງ ບຸດດາໄຊ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -55 ກິໂລ ສິບຕີ ຈັນສະພອນ ຄຳພູນາວົງ ມວຍສາກົນ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ ນາງ ດວງໃຈ ທະແຫຼງລຽບ ຍິງປືນ ປະເພດທານິ້ງ ທາເກັດ ທີມຍິງ ນາງ ຫົງຄຳ ໄຊຍະລາດ ນາງ ພຸດສະດີ ພົມມະຈັນ ແລະ ນາງ ຄຳຫຼ້າ ໄຊຍະວົງ ແລະ ເທັນນິດ ປະເພດດ່ຽວຊາຍ ທ້າວ ມິກ ເລສເຄີລ ສະເດດຖັນ.

error: Content is protected !!