ຫາລືລະຫວ່າງບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດ ຜູ້ດຽວ ແລະ ກຸ່ມຜະລິດກະສິກໍາເປັນສິນຄ້າ

    ກອງປະຊຸມປຶກສາຫາລືລະຫວ່າງ ບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດ ຜູ້ດຽວ ແລະ ກຸ່ມຜະລິດກະສິກໍາເປັນສິນຄ້າ ຈັດຂຶ້ນວັນທີ 20 ພຶດສະພາ 2022 ທີ່ຟາມພັນເພັດ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ທ່ານ ທອງສະຫວັນ ມີບຸນ ປະທານ ບໍລິສັດພັນເພັດ ພັດທະນາກະສິກໍາ ຈໍາກັດ ຜູ້ດຽວ ມີທ່ານ ໄຊປະເສີດ ຕັງຊະນະ ປະທານບໍລິສັດ ເອເຊຍກະເສດອິນຊີ ຈໍາກັດ ທີ່ປຶກສາບໍລິສັດ ຊາວນາ ແລະ ຊາວສວນຈາກຫຼາຍກຸ່ມຜະລິດເຂົ້າເປັນສິນຄ້າ ກຸ່ມຜະລິດພືດຜັກເປັນສິນຄ້າ ແລະ ກຸ່ມຜະລິດເມັດພັນເຂົ້າລຸ້ນສາມທົ່ວເມືອງຫາດຊາຍຟອງເຂົ້າຮ່ວມ.

    ໂດຍອີງໃສ່ການຜະລິດລະດູແລ້ງຂອງຊາວນາ ແລະ ຊາວສວນໄດ້ສໍາເລັດ 100% ປັດຈຸບັນ ກໍາລັງກ້າວສູ່ຂະບວນການຜະລິດໃນລະດູຝົນ ໂດຍອີງໃສ່ຄວາມຫຍຸ້ງຍາກໃນການຜະລິດ ເປັນຕົ້ນ ການຂາດແຄນນໍ້າມັນ ຕົ້ນທຶນການຜະລິດສູງ ຜົນຜະລິດໃນຜ່ານມາບໍ່ສາມາດຈໍາໜ່າຍໄດ້ລົ້ນຕະຫຼາດ ເຮັດໃຫ້ລາຄາຕົກຕໍ່າ ດັ່ງນັ້ນກອງປະຊຸມຄັ້ງນີ້ ບໍລິສັດ ແລະ ຊາວສວນຈະໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບການຜະລິດເປັນສິນຄ້າ ໂດຍການຫຼຸດຜ່ອນຕົ້ນທຶນຂອງການຜະລິດໃຫ້ສາມາດແຂ່ງຂັນກັບປະເທດອື່ນໄດ້ ພ້ອມນັ້ນ ເພື່ອຍົກສູງສະມັດຕະພາບຂອງຜົນຜະລິດໃຫ້ໄດ້ສູງກວ່າເກົ່າ ໂດຍການຫັນປ່ຽນມານໍາໃຊ້ແນວພັນທີ່ມີຄຸນນະພາບ ນໍາໃຊ້ຝຸ່ນອົງຄະທາດ-ຊີວະພາບເຂົ້າໃນການຜະລິດ ເພື່ອຮັບປະກັນຜົົນຜະລິດ ຕ້ອງເປັນທີ່ຕ້ອງການຂອງຕະຫຼາດ ການຜະລິດມີຄວາມຍືນຍົງ ແລະ ປະຊາຊົນມີລາຍຮັບ ປັດຈຸບັນບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດ ຜູ້ດຽວ ແລະ ບໍລິສັດ ເອເຊຍກະເສດອິນຊີ ຈໍາກັດ ໄດ້ຮ່ວມມືກັນໂດຍບໍລິສັດໜຶ່ງເປັນຜູ້ຜະລິດ ແລະ ບໍລິສັດໜຶ່ງເປັນຜູ້ຈໍາໜ່າຍຝຸ່ນອົງຄະທາດ-ຊີວະພາບ ໂຕຂີ້ກະເດືອນ ເພື່ອສະໜອງໃຫ້ຊາວກະສິກອນ.

    ໂອກາດນີ້ທ່ານ ທອງສະຫວັນ ມີບຸນ ໄດ້ມີຄໍາເຫັນກ່ຽວກັບນະໂຍບາຍຂອງບໍລິສັດຕໍ່ຊາວກະສິກອນວ່າ: ປັດຈຸບັນ ບໍລິສັດ ຟາມພັນເພັດ ມີຄວາມພ້ອມຮອບດ້ານແບບຄົບວົງຈອນໃນການຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ຜະລິດ ເປັນຕົ້ນ ແນວພັນເຂົ້າ ຝຸ່ນອົງຄະທາດ-ຊີວະພາບ ໂຕຂີ້ກະເດືອນ ທີ່ມີສ່ວນປະສົມຈາກຂີ້ເຈຍ ແລະ ຈຸລິນຊີທີ່ມີປະໂຫຍດໃຫ້ກັບດິນ ເລັ່ງການຈະເລີນເຕີບໂຕຂອງພືດ ເພີ່ມຜົນຜະລິດໄດ້ດີ ແລະ ຊ່ວຍກະຕຸ້ນການຈະເລີນເຕີບໂຕຂອງພືດໄດ້ດີຢ່າງມີປະສິດທິພາບ ພ້ອມນັ້ນ ຍັງມີບໍລິການສະໜອງສິນເຊື່ອ ໂດຍຜູ້ທີ່ຈະໄດ້ຮັບສິນເຊື່ອ ຕ້ອງເຂົ້າເປັນສະມາຊິກ ແລະ ນໍາສະເໜີແຜນການຜະລິດຂອງຕົນຢ່າງລະອຽດຈະແຈ້ງ ມີການເຊັນຢັ້ງຢືນຈາກອໍານາດການປົກຄອງບ້ານ ແລະ ຫົວໜ້າກຸ່ມ ເພື່ອຫຼີກລ່ຽງການຕົກເຮ່ຍເສຍຫາຍ ພາຍຫຼັງທີ່ຜະລິດແລ້ວ ບໍລິສັດຍັງມີທຶນໃນການເກັບຊື້ໃນລາຄາທີ່ເໝາະສົມ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເວົ້າລວມແລ້ວ ບໍລິສັດດັ່ງກ່າວມີຄວາມພ້ອມ ແລະ ທ່າແຮງໃນການອໍານວຍອໍານວຍຄວາມສະດວກໃຫ້ແກ່ຜູ້ຜະລິດ ໂດຍບໍລິສັດມີນະໂຍບາຍສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນຮູບແບບ 2+3 (ເກັບຊື້ຜົນຜະລິດກະສິກໍາທຸກປະເພດ ບໍລິການສົ່ງອອກ-ນໍາເຂົ້າ ສິນຄ້າທຸກປະເທດ ຂາຍຍົກ-ຂາຍຍ່ອຍສະບຽງອາຫານທຸກປະເພດ) ພິເສດ ບໍລິສັດຍັງບໍລິການໃຫ້ຄໍາປຶກສາດ້ານການຜະລິດ ມີສາງເກັບມ້ຽນ  ມີໂຮງອົບ  ມີຕະຫຼາດຈໍາໜ່າຍທັງພາບໃນ ແລະ ຕ່າງປະເທດ.

    ຕອນທ້າຍກອງປະຊຸມ ບັນດາການຜະລິດເປັນສິນຄ້າທີ່ເຂົ້າຮ່ວມກອງປະຊຸມຍັງຢ້ຽມຢາມເບິ່ງຫ້ອງການບໍລິຫານ ໂຮງອົບ ແລະ ສາງເກັບມ້ຽນຂອງບໍລິສັດ ນອກນີ້ ປະທານບໍລິສັດພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ຍັງໄດ້ແຈກຢາຍຝຸ່ນອົງຄະທາດ-ຊີວະພາບ ໂຕຂີ້ກະເດືອນໃຫ້ຜູ້ເຂົ້າຮ່ວມໄດ້ໄປທົດລອງນໍາໃຊ້ທົ່ວໄປຕື່ມອີກ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!