ບໍລິຄຳໄຊ.ຕັ້ງເປົ້າໝາຍສູ້ຊົນຜູ້ບໍລິຈາກເລືອດໃຫ້ໄດ້ 3.100 ຖົງ

    ວັນທີ 18 ພຶດສະພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ຈັດກອງປະຊຸມຖອດຖອນບົດຮຽນວຽກງານກາແດງ ແລະ ວຽກງານເລືອດ ແຂວງບໍລິຄຳໄຊ ປະຈຳປີ 2021 ໂດຍການເປັນປະທານຂອງທ່ານ ບຸນຄໍາ ໄຊເຍ່ຍລໍວື່ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ທ່ານຮອງ ສຈ ດຣ ສີງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ມີພາກສ່ວນກ່ຽວຂ້ອງຈາກກະຊວງ ຄະນະກຳມະການສົ່ງເສີມການບໍລິຈາກເລືອດແຂວງ ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

    ການເຄື່ອນໄຫວຂອງອົງການກາແດງແຂວງບໍລິຄຳໄຊປີຜ່ານມາ ເຫັນວ່າມີຫຼາຍວຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນວຽກງານຊ່ວຍເຫຼືອບັນເທົາທຸກ ປຸກລະດົມບໍລິຈາກເລືອດໄດ້ 117 ຄັ້ງ ຮັບບໍລິຈາກເລືອດ 2.741 ຖົງ ເທົ່າກັບ 91,36% ສາມາດກວດເລືອດລະບົບ ABO ແລະ ລະບົບເຣຊຸສ (RH) 5.528 ເທື່ອຄົນ ກວດພະຍາດນໍາສົ່ງທາງເລືອດ 2.697 ເທື່ອຄົນ ແລະ ສາມາດຈ່າຍເລືອດໃຫ້ໂຮງໝໍແຂວງ ໂຮງໝໍເມືອງ ແລະ ສູນເລືອດຕ່າງໆໄດ້ 2.727 ຖົງ ແລະ ວຽກສົ່ງເສີມສຸຂະພາບ.

    ສຳລັບທິດທາງແຜນການ 2022 ອົງການກາແດງແຂວງບໍລິຄຳໄຊຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສຳເລັດ ດ້ວຍປະສິດທິຜົນສູງສຸດ  ໂດຍສະເພາະ ວຽກງານບໍລິຈາກເລືອດໃຫ້ບັນລຸຕົວເລກຄາດໝາຍສູ້ຊົນ ຕາມແຜນຍຸດທະສາດເລືອດແຫ່ງຊາດວາງໃຫ້ ຄື 3.100 ຖົງ.

    ຕອນທ້າຍກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 19 ກົມກອງ ແລະ ໃບຊົມເຊີຍຂອງທ່ານປະທານອົງການກາແດງແຂວງບໍລິຄໍາໄຊ ໃຫ້ 88 ກົມກອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປຸກລະດົມບໍລິຈາກເລືອດ ແລະ ປະກອບສ່ວນຈັດຕັ້ງປະຕິບັດແຜນງານເລືອດ ປະຈຳປີ 2021 ມອບໂດຍທ່ານ ບຸນຄໍາ ໄຊເຍ່ຍລໍວື່.

# ບຸນມີ

error: Content is protected !!