ຈັດຕັ້ງສອບເສັງໃຫ້ແກ່ນັກຮຽນເຝິກອົບຮົມ 45 ວັນຢູ່ພາກສະໜາມ

    ຄະນະສິລະປະຍຸດ ວິທະຍາຄານກົມມະດຳ ຈັດຕັ້ງພິທີສອບເສັງວິຊາສິລະປະຍຸດພາກຫັດແອບ ຈັງຫວະບົດຮຽນ ຈັງຫວະປືນຮາບເຝິກແອບຍິງລູກປືນແທ້ ໃຫ້ແກ່ນັກຮຽນເຝິກອົບຮົມ 45 ວັນ 100 ທ່ານ ເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ພອນສະຫວັນ ສີບຸນເຮືອງ ຮອງຫົວໜ້າຫ້ອງອົບຮົມ ຜູ້ຊີ້ນຳວຽກງານອົບຮົມ ທ່ານ ພັນໂທ ຄຳຜຸຍ ໝື່ນດວງ ຫົວໜ້າຄະນະວິຊາສິລະປະຍຸດ ພ້ອມດ້ວຍຂະແໜງການກ່ຽວຂ້ອງ.

    ໃນພິທີ ຄູ-ອາຈານທີ່ຮັບຜິດຊອບໃນການສອບເສັງວິຊາສິລະປະຍຸດ ໄດ້ຂຶ້ນຜ່ານແຜນການໃນການເຝິກແອບຍິງລູກປືນແທ້ໃນຄັ້ງນີ້ ພ້ອມຮຽກຮ້ອງມາຍັງນັກຮຽນນັກເຝິກອົບຮົມ ຈົ່ງກຳໄດ້ຈັງຫວະບາດກ້າວທີ່ໄດ້ຮຽນມາ ນຳໃຊ້ໃນການຍິງລູກປືນແທ້ໃຫ້ຮັບປະກັນຄວາມປອດໄພ 100%.

    ໂອກາດດຽວກັນນີ້ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງວິທະຍາຄານກົມມະດຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ປະກອບສ່ວນມອບນ້ຳດື່ມ 20 ແກັດ ມູນຄ່າ 560.000 ກີບ ນຳໂດຍທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ວິທະຍາຄານກົມມະດຳ ເພື່ອເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈບັນດາພາກສ່ວນທີ່ເຂົ້າຮຽນເຝິກອົບຮົມຄັ້ງນີ້ ກ່າວຮັບໂດຍທ່ານ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈມາຍັງອົງການຈັດຕັ້ງຊາວໜຸ່ມ ແມ່ຍິງ ທີ່ເຫັນໄດ້ຄວາມສຳຄັນໃນການເຝິກອົບຮົມໃນຄັ້ງນີ້ ຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ນັກຮຽນເຝິກອົບຮົມຄັ້ງນີ້ໃຫ້ທົ່ວເຖິງ.

error: Content is protected !!