ຫ້ອງວ່າສຳນັກງານປະທານປະເທດ (ຫສປທ) ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂອງ 5 ໜ່ວຍພັກ ປະຈຳປີ 2021 ວັນທີ 20 ພຶດສະພາ 2022 ທີ່ທຳນຽບປະທານປະເທດ ມີສະຫາຍ ເພັດສະໜອນ ພັນທະວົງ ຮອງເລຂາຄະພັກ ຮອງຫົວໜ້າຫ້ອງວ່າການປະທານປະເທດ ພ້ອມເລຂາ ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ຄຳຕາ ລາດຊະວົງ ຄະນະພັກ ປະທານກວດກາພັກ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ ກວດກາ ແລະ ໂຄສະນາ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ແລະ ເພື່ອເປັນການຢັ້ງຢືນນເຖິງຜົນງານໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ດັ່ງນັ້ນ ຈຶ່ງໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 5 ໜ່ວຍພັກຄື ໜ່ວຍພັກກົມບໍລິຫານ ແລະ ຄຸ້ມຄອງ ກົມຄົ້ນຄວ້າສັງລວມ ກົມພົວພັນຕ່າງປະເທດ ກົມກົດໝາຍ ແລະ ໜ່ວຍພັກກົມຈັດຕັ້ງ ກວດກາ ແລະ ໂຄສະນາ ມອບໂດຍສະຫາຍ ເພັດສະໜອນ ພັນທະວົງ ຕາງໜ້າຮັບໂດຍເລຂາໜ່ວຍພັກ 5 ໜ່ວຍພັກ ຈາກນັ້ນກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ເພັດສະໝອນ ພັນທະວົງ ອີກດ້ວຍ.
