ມອບ-ຮັບປ້າຍກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ

    ວັນທີ 20 ພຶດສະພາ 2022 ຢູ່ຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃບອະນຸຍາດ ແລະ ປ້າຍກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຂຶ້ນ ເປັນປະທານຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ ມີທ່ານ ພູໄຊ ວໍລະລາດ ຄະນະພະແນກອຸດສາຫະກຳ ແລະ ການຄ້າແຂວງ ຄະນະກຳມະການໜຶ່ງເມືອງໜຶ່ງຜະລິດຕະພັນຂັ້ນເມືອງ ຕາງໜ້າຈາກບ້ານ ແລະ ຄອບຄົວຕົວແບບພາຍໃນເມືອງເຂົ້າຮ່ວມ.

   ທ່ານ ລັດສະໝີ ບຸດຕະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງສາມັກຄີໄຊ ໃຫ້ຮູ້ວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງສາມັກຄີໄຊ ໄດ້ເປັນສ່ວນໜຶ່ງໃນການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂັ້ນເມືອງ ພ້ອມທັງຄົ້ນຄວ້າ ແລະ ສະເໜີຂັ້ນເທິງ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອອອກອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ມາຮອດປັດຈຸບັນ ເມືອງສາມັກຄີໄຊ ມີ 5 ຫົວໜ່ວຍເຊັ່ນ: ຜະລິດຕະພັນຫັດຖະກຳແຜ່ນແພຜ້າກະໂດບ້ານສີວິໄລ ຜະລິດຕະພັນຫັດຖະກຳແຜ່ນແພຜ້າກະໂດບ້ານສາມັກຄີ ຜະລິດຕະພັນເຄື່ອງປັ້ນດິນເຜົາບ້ານທ່າຫີນ ຜະລິດຕະພັນເຄື່ອງຈັກສານບ້ານລະຍາວໃຕ້ ແລະ ຜະລິດຕະພັນເຄື່ອງຈັກສານບ້ານລະຍາວເໜືອ.

   ການມອບໃບອະນຸຍາດນຳໃຊ້ ແລະ ປ້າຍກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນນີ້ ແມ່ນແນໃສ່ການຊຸກຍູ້ ການຂຸດຄົ້ນ ການນຳໃຊ້ທ່າແຮງບົ່ມຊ້ອນດ້ານຕ່າງໆ ແລະ ສ້າງປັດໄຈພື້ນຖານໃຫ້ແກ່ເມືອງສາມັກຄີໄຊ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີການພັດທະນາຂຶ້ນເປັນກ້າວໆ ທັງເປັນການສ້າງໂອກາດໃຫ້ແກ່ບັນດາຄອບຄົວຕົວແບບ ໃນການຜະລິດສິນຄ້າກະສິກຳ ຫັດຖະກຳ ອຸດສາຫະກຳ ແລະ ການບໍລິການ ຕາມທິດໜຶ່ງບ້ານໜຶ່ງຜະລິດຕະພັນ ກໍຄືໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ.

  ໃນໂອກາດດັ່ງກ່າວນີ້ ທ່ານ ພູໄຊ ວໍລະລາດ ໄດ້ໃຫ້ກຽດມອບໃບອະນຸຍາດນຳໃຊ້ກາໝາຍ  ແລະ  ປ້າຍກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ແກ່ຜະລິດຕະພັນຜະລິດຕະພັນຫັດຖະກຳແຜ່ນແພຜ້າກະໂດບ້ານສີວິໄລ ຜະລິດຕະພັນຫັດຖະກຳແຜ່ນແພຜ້າກະໂດບ້ານສາມັກຄີ ຜະລິດຕະພັນເຄື່ອງປັ້ນດິນເຜົາບ້ານທ່າຫີນ ຜະລິດຕະພັນເຄື່ອງຈັກສານບ້ານລະຍາວໃຕ້ ແລະ ຜະລິດຕະພັນເຄື່ອງຈັກສານບ້ານລະຍາວເໜືອ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!