ມສ ສາທິດໄດ້ຮັບໃບຢັ້ງຢືນເປັນໂຮງຮຽນຕົວແບບຄຸນນະພາບ

    ພິທີເປີດປ້າຍໂຮງຮຽນມັດທະຍົມສຶກສາສົມບູນສາທິດ (ມສ) ໄດ້ຮັບໃບຢັ້ງຢືນເປັນໂຮງຮຽນຕົວແບບຄຸນນະພາບ ສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ວິຊ່ຽນ ທອງທະວິ ຮອງຄະນະບໍດີ ຄະນະສຶກສາສາດ ຜູ້ຊີ້ນຳໂຮງຮຽນມັດທະຍົມສຶກສາສົມບູນສາທິດ ມີບັນດາແຂກທີ່ຖືກເຊີນ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານນາງ ພອນສີ ອໍລະອິນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນສາທິດ ໄດ້ລາຍງານໃຫ້ຮູ້ວ່າ  ມສ ສາທິດ ແມ່ນໂຮງຮຽນສາມັນສຶກສາແຫ່ງໜຶ່ງ ທີ່ຕັ້ງຢູ່ໃນວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດ ໄດ້ເຕົ້າໂຮມເອົາໂຮງຮຽນສອງແຫ່ງຈາກມັດທະຍົມຕອນຕົ້ນ ແລະ ຕອນປາຍເຂົ້າກັນແຕ່ປີ 1996 ເປັນຕົ້ນມາ ໃນເມືອກ່ອນ ໂຮງຮຽນສອງແຫ່ງເອີ້ນວ່າ ໂຮງຮຽນມັດທະຍົມຝຶກສອນສາທິດ ແລະ ໂຮງຮຽນອຸດົມສາທິດ ໃນໄລຍະທຳອິດ ອາຄານຮຽນແຕ່ລະຊັ້ນແມ່ນບໍ່ພຽງພໍທີ່ຈະລວມເອົາມາຢູ່ຈຸດດຽວໄດ້ ຕ້ອງອາໄສອາຄານຮຽນຂອງມະຫາວິທະຍາໄລ ມາເປັນເວລາຫຼາຍສົກຮຽນ ຈຶ່ງສາມາດລວມເຂົ້າເປັນຈຸດດຽວໄດ້ ທັງໝົດນັ້ນ ກໍຍ້ອນຄວາມເປັນຫວ່ງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງຂັ້ນເທິງ ກໍຄືຜູ້ປົກຄອງຂອງນັກຮຽນ ໃນການສະໜອງທຶນຮອນກໍໍ່ສ້າງສ້ອມແປງ ແລະ ພັດທະນາໂຮງຮຽນແຕ່ລະສົກຮຽນ ຈົນມາຮອດປັດຈຸບັນ ສາມາດຮອງຮັບນັກຮຽນໄດ້ຈຳນວນຫຼວງຫຼາຍ ມາຮອດປີ 2016 ໂຮງຮຽນຈຶ່ງໄດ້ຮັບອາຄານຮຽນ 3 ຊັ້ນຈາກລັດຖະບານ ປັດຈຸບັນ ມສ ສາທິດ ດ້ານວິຊາການແມ່ນຂຶ້ນກັບຄະນະສຶກສາສາດມະຫາວິທະຍາ ໄລແຫ່ງຊາດ ໃຕ້ການຊີ້ນຳຂອງຄະນະບໍດີ ຄະນະສຶກສາສາດ ສ່ວນດ້ານວິຊາສະເພາະ ແມ່ນຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງໄຊທານີ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕາມທິດຊິ້ນຳຂອງກະຊວງສຶກສາທິການ ແລະ ກິລາ ໃນໂຮງຮຽນມີຄູທັງໝົດ 59 ຄົນ ຍິງ 43 ຄົນ ມີນັກຮຽນທັງໝົດ 2.047 ຄົນ ຍິງ 1.105 ຄົນ ມີ 35 ຫ້ອງຮຽນ ແລະ ມີອາຄານຮຽນ 5 ຫຼັງ ມສ ສາທິດ ໄດ້ສຶກສາອົບຮົມຮັກຮຽນຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ເຮັດໃຫ້ນັກຮຽນໄດ້ຮັບໃບປະກາດແດງ ແລະ ໄດ້ຮັບໃບຍ້ອງຍໍນັກຮຽນເກັ່ງຮອບດ້ານ.

    ຈາກຜົນງານທີ່ກ່າວມາຂ້າງເທິງ ເຮັດໃຫ້ໂຮງຮຽນໄດ້ຮັບການຍ້ອງຍໍ ແລະ ຢັ້ງຢືນຂັ້ນຕ່າງໆຄື  ຜົນງານຂອງກົມກອງລວມໝູ່ ຂອງການຍ້ອງຍໍ 597 ໃບ ຫຼຽນໄຊຊັ້ນ 2 ມີ 1 ໜ່ວຍ ຊັ້ນ 3 ມີ 4 ໜ່ວຍ ຫຼຽນກາແຮງງານ 15 ໜ່ວຍ ຍ້ອງຍໍຂັ້ນລັດຖະບານ 7 ໃບ ຂັ້ນສູນກາງ 67 ໃບ ຂັ້ນກະຊວງ 177 ໃບ ແລະ ຂັ້ນອື່ນໆ 326 ໃບ.

    ໂອກາດນີ້ທ່ານ ສົມພອນ ສອນດາລາ ໄດ້ໃຫ້ກຽດມອບໃບຢັ້ງຢືນໂຮງຮຽນຕົວແບບຄຸນນະພາບໃຫ້ ມສ ສາທິດ ຮັບໂດຍແມ່ນທ່ານ ນາງ ພອນສີ ອໍລະອິນ.

.

   #  ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!