ຖອດຖອນບົດຮຽນຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19

   ກອງປະຊຸມແລກປ່ຽນບົດຮຽນວຽກງານປ້ອງກັນ ແລະ ໂຕ້ຕອບພະຍາດໂຄວິດ-19 ເພື່ອປຶກສາຫາລື ຖອດຖອນບົດຮຽນ ຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດໃນ ສປປ ລາວ ແບບເຊິ່ງໜ້າ ແລະ ​ຜ່ານ​ທາງ​ອອນ​ລາຍ​ໃນ​ທົ່ວ​ປະ​ເທດ ​ໄດ້ຈັດຂຶ້ນໃນທີ 19 ພຶດສະພາ 2022 ຢູ່ໂຮງແຮມ​ຄຣາວ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ​ໂດຍເປັນປະທານຂອງທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ມີຫົວໜ້າ-ຮອງຫົວໜ້າພະແນກ ທີ່ມາຈາກ 10 ແຂວງ ອົງການຈັດຕັ້ງທາງສັງຄົມ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ສີສະຫວາດ ສຸດທານີລະໄຊ ໄດ້ຍົກໃຫ້ເຫັນອັດຕາການສັກຢາກັນພະຍາດໃນທົ່ວປະເທດທີ່ສູງ ແລະ ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການຮ່ວມມືລະຫວ່າງທຸກກະຊວງ ແລະ ພາກສ່ວນກ່ຽວຂ້ອງ ໃນການພັດທະນາເພື່ອຕ້ານພະຍາດໂຄວິດ ສະແດງຄວາມຂອບໃຈມາຍັງອົງການຈັດຕັ້ງທາງສັງຄົມລາວ  ທີ່ໄດ້ໃຫ້ຄວາມສໍາຄັນວຽກງານດັ່ງກ່າວ  ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ​ເຖິງ​ວ່າ​ຈະ​ມີ​ຂໍ້​ຈຳກັດ​ໜ້ອຍ​ກໍຕາມ ​ແຕ່​ຍັງ​ຕ້ອງ​ປະຕິບັດ​ຕາມ​ມາດ​ຕະການ​ອະນາໄມ​ທີ່​ດີ ​ແລະ ຮຽນ​ຮູ້​ຈາກ​ການ​ເຄື່ອນ​ໄຫວ​ທີ່​ປະສົບ​ຜົນສຳ​ເລັດ​ຂອງ​ພວກ​ເຮົາ ​ເພື່ອ​ໄປ​ເຖິງ​ທຸກ​ພາກ​ພື້ນ.

    ທ່ານນາງ ຈັນສີ ພິມມະຈັນ ປະທານຄະນະກຳມາທິການປະສານງານອົງການຈັດຕັ້ງທາງສັງຄົມລາວ ໄດ້ກ່າວ​ວ່າ: ອົງການ​ຈັດ​ຕັ້ງ​ທາງສັງຄົມ​ລາວ ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຫຼຸດຜ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ​ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ສືບ​ຕໍ່​ພະຍາຍາມ​ຊ່ວຍ​ເຫຼືອ​ປະຊາຊົນ​ໃຫ້​ຟື້ນ​ຟູ​ຈາກ​ຜົນ​ກະທົບ​ດ້ານ​ສຸຂະພາບ ​ແລະ ​ເສດຖະກິດ​ໃນ​ອະນາຄົດ.

    ສໍາລັບໂຄງການການປະກອບສ່ວນອົງການຈັດຕັ້ງສັງຄົມລາວ ເພື່ອປ້ອງກັນ ແລະຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19 ໃນ ສປປ ລາວ (CISAC) ເປັນໂຄງການຕອບໂຕ້ສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສະໜັບສະໜູນ 20 ສະມາຄົມ ຂອງອົງການຈັດຕັ້ງທາງສັງຄົມລາວ ໃນ 10 ແຂວງ ເພື່ອດໍາເນີນກິດຈະກໍາຫຼາຍກ່ວາ 480 ກິດຈະກຳ ມີຜູ້ໄດ້ຮັບຜົນປະໂຫຍດເຖິງ 60.000 ຄົນ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດໃນລາວ.

    ໂຄງການ CISAC ແມ່ນນຳພາໂດຍກຸ່ມອົງການຈັດຕັ້ງຮ່ວມກັນ ເຊິ່ງຈັດຕັ້ງປະຕິບັດໂດຍອົງການແພລນ ສາກົນ ຮ່ວມກັບສະມາຄົມສຸຂະພາບຊູມຊົນ ແລະ ການມີສ່ວນຮ່ວມ ແລະ ສະມາຄົມສົ່ງເສີມກະສິກໍາຍືນຍົງ ພາຍໃຕ້ການຊີ້ນຳ ແລະ ປະສານງານຜ່ານຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ.

    ການໃຫ້ທຶນຂອງໂຄງການ CISAC ແມ່ນສ່ວນໜຶ່ງຂອງການຕອບສະໜອງຂອງທີມງານເອີຣົບ ຕໍ່ກັບ ໂຄວິດ-19 ສະໜອງທຶນໂດຍສະຫະພາບເອີຣົບ ​ເພື່ອ​ແນ​ໃສ່​ການສະໜັບສະໜູນ​ຊ່ວຍ​ລັດຖະບານ​ແຫ່ງ ສປປ ລາວ ​ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ດ້ານສາທາລະນະສຸກ ສັງຄົມ ​ແລະ ​ເສດຖະກິດ​ຈາກ​ການ​ລະບາດຂອງພະຍາດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ ທຶນທີ່ສະໜອງໃຫ້ພາຍໃຕ້ໂຄງການນີ້ ແມ່ນສະເພາະສໍາລັບອົງການຈັດຕັ້ງທາງສັງຄົມ ສະຫະພາບເອີຣົບຍັງໃຫ້ການສະໜອງທຶນໃຫ້ກະຊວງສາທາລະນະສຸກ ແລະ ຮ່ວມກັບ WHO ທີ່ໄດ້ມີການສະໜັບສະໜູນການຕອບໂຕ້ໂດຍກົງ ໃຫ້ທາງພາກລັດຖະບານ ຕໍ່ກັບການໂຕ້ຕອບພະຍາດໂຄວິດ-19 ນີ້ເປັນຄວາມພະຍາຍາມໃນລະດັບມາຫາພາກ ແລະ ສະຫະພາບເອີຣົບພູມໃຈທີ່ໄດ້ຮ່ວມມືກັບລັດຖະບານລາວ ແລະ ສັງຄົມພົນລະເຮືອນລາວ ເພື່ອຫຼຸດຜ່ອນຜົນກະທົບທາງລົບຈາກພະຍາດນີ້ ທັງຜົນກະທົບຕໍ່ສຸຂະພາບ ແລະ ຜົນກະທົບຕໍ່ຊີວິດການເປັນຢູ່.

# ຂ່າວ – ພາບ : ສີພອນ

error: Content is protected !!