ອົບຮົມເຕັກນິກການປຸງແຕ່ງໄຄແຜ່ນເປັນສິນຄ້າໃຫ້ປະຊາຊົນ 2 ບ້ານ

    ວັນທີ 17 ພຶດສະພາ 2022 ທີ່ຫ້ອງການບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດພິທີປິດຊຸດເຝິກອົບຮົມໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສີມືແຮງງານ ກ່ຽວກັບເຕັກນິກການປຸງແຕ່ງໄຄແຜ່ນເປັນສິນຄ້າ ໃຫ້ແກ່ປະຊາຊົນບ້ານພັນໄຊ ແລະ ບ້ານຫຼວງພັນໄຊ ເມືອງລ້ອງແຈ້ງ ໂດຍການເຂົ້າຮ່ວມຂອງທ່ານ ມະນີວັນ ວິດາວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ທ່ານ ເອງ ໄຊຍະຮັກ ປະທານແນວລາວສ້າງຊາດເມືອງລ້ອງແຈ້ງ ມີບັນດາຄູເຝິກຈາກກົມສົ່ງເສີມ SME ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄູເຝິກຈາກຫົວໜ່ວຍທຸລະກິດຜະລິດໄຄແຜ່ນແຂວງຊຽງຂວາງ ອໍານາດການປົກຄອງບ້ານ ແລະ ນັກສຳມະນາກອນ 46 ທ່ານເຂົ້ຮ່ວມ.

    ທ່ານ ບູນໄທ ໄພສະຫວັນ ຮອງຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊສົມບູນ ທັງເປັນເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການເຝິກອົບຮົມຕະຫຼອດໄລຍະ 10 ກວ່າວັນຜ່ານມາ ເຫັນວ່າບັນດາວິທະຍາກອນ ແລະ ສຳມະນາກອນ ແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມຂັ້ນຕອນຕາມແຜນງານແຜນການລະອຽດ ໂດຍໄດ້ປະຕິບັດ 2 ກິດຈະກຳຫຼັກຄື:ເຝິກກ່ຽວກັບການສ້າງຕັ້ງກຸ່ມທຸລະກິດຊຸມຊົນ ແລະ ເຝິກດ້ານເຕັກນິກການປຸງແຕ່ງໄຄແຜ່ນເພື່ອເປັນສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນໃຫ້ສອງບ້ານດັ່ງກ່າວ ໃນນັ້ນ ສຳມະນາກອນໄດ້ຮຽນຮູ້ທັງພາກທິດສະດີ ແລະ ປະຕິບັດຕົວຈິງໄປຄ່ຽງຄູກັນ ໂດຍສະເພາະ ການນຳໃຊ້ອຸປະກອນປຸງແຕ່ງໄຄ ການເກັບໄຄທຳມະຊາດຈາກແມ່ນ້ຳ ວິທີການລ້າງໄຄໃຫ້ສະອາດດີ ວິທີການແປຮູບໄຄແຜ່ນຕາກແດດ ການປຸງແຕ່ງນ້ຳແກງ ແລະ ກັ່ນຕອງນ້ຳແກງ ສິດປະສົມໃສ່ໄຄແຜ່ນ ແລະ ການປະຕິບັດຕົວຈິງອື່ນໆ ເພື່ອເຮັດໃຫ້ໄຄແຜ່ນມີຄວາມສະອາດ ປອດໄພ ແລະ ມີຣົດຊາດທີ່ແຊບ ສຳລັບການເຝິກອົບຮົມຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອດ້ານງົບປະມານຈາກກົມສົ່ງເສີມ SME ກະຊວງອຸດສາຫະກຳ ແລະ ການຄ້າ ມູນຄ່າ 51 ລ້ານກີບ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!