ໜອງບົກ ສົ່ງເສີມການຜະລິດພູມປັນຍາທ້ອງຖິ່ນສ້າງລາຍຮັບໃຫ້ປະຊາຊົນ

    ເພື່ອເປັນການສົ່ງເສີມການຜະລິດທີ່ເປັນພູມປັນຍາຂອງທ້ອງຖິ່ນ ແລະ ສົ່ງເສີມສ້າງລາຍຮັບຂອງພໍ່ແມ່ປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ ດັ່ງນັ້ນ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດຊຸດເຝິກອົບຮົມໂຄງການສົ່ງເສີມ ແລະ ພັດທະນາຜະລິດຕະພັນໃໝ່ເຄື່ອງປັ້ນດິນເຜົາ ທີ່ບ້ານໜອງບົກ ລະຫວ່າງວັນທີ 17-28 ພຶດສະພາ 2022 ທີ່ເມືອງໜອງບົກ.

    ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຄຳມ່ວນ ໃຫ້ຮູ້ວ່າ  ວຽກງານສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍແບບຄອບຄົວ ໃຫ້ມີການຜະລິດ ແລະ ສາມາດເຂົ້າເຖິງຕະຫຼາດຢ່າງຍືນຍົງ ເປັນວຽກງານໜຶ່ງທີ່ພະແນກອຸດສາຫະກໍາ ແລະ ການຄ້າກຳລັງສຸມໃສ່ ເຊິ່ງການສົ່ງເສີມການຜະລິດທີ່ເປັນພູມປັນຍາທ້ອງຖິ່ນ ໃຫ້ຕິດພັນກັບການຜະລິດສິນຄ້າ ເປັນຕົ້ນ ການຜະລິດຫັດຖະກຳຈັກສານ ປັ້ນໝໍ້ຫຼໍ່ໄຫ ແຜ່ນແພຍ້ອມສີທຳມະຊາດ ຖັກຟອຍ ເຂົ້າໜົມປ່ານ ເຂົ້າໂຄບ ໝ້ຳ ສົ້ມໝູ ປຸງແຕ່ງໝາກກ້ວຍ ປຸງແຕ່ງປາ ຫັດຖະກຳຕີເຫຼັກ ແລະ ອື່ນໆ ເພື່ອຊຸກຍູ້ໃຫ້ສິນຄ້າເຫຼົ່ານັ້ນໃຫ້ກາຍເປັນຜະລິດຕະພັນທີ່ມີເອກະລັກ ທີ່ມີຄຸນນະພາບ ກ້າວໄປເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ODOP. ໂຄງການສົ່ງເສີມ ແລະ ພັດທະນາຜະລິດຕະພັນໃໝ່ ເຄື່ອງປັ້ນດິນເຜົາ ທີ່ບ້ານໜອງບົກ ເມືອງໜອງບົກ ເປັນວຽກງານໜຶ່ງທີ່ນອນໃນແຜນການເຄື່ອນໄຫວວຽກງານສົ່ງເສີມການຜະລິດທີ່ເປັນພູມປັນຍາທ້ອງຖິ່ນ ໃຫ້ຕິດພັນກັບການຜະລິດເປັນສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ ເຊິ່ງຈຸດປະສົງຂອງໂຄງການ ເພື່ອສົ່ງເສີມຜະລິດຕະພັນຫັດຖະກຳເຄື່ອງປັ້ນດິນເຜົາໃຫ້ມີມູນຄ່າເພີ່ມ ເປັນຕົ້ນ ຈານ ຈອກ ໂຄມໄຟ ໂຖດອກໄມ້ ແລະ ເຄື່ອງຕ້ອນຂອງຝາກ ນຳເອົາຜະລິດຕະພັນດັ່ງກ່າວໄປເຄືອບເຊລາມິກ ເຊິ່ງເປັນການສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນມີມູນຄ່າສູງຂຶ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.

# ແຫຼ່ງຂ່າວຈາກເມືອງໜອງບົກ ແຂວງຄຳມ່ວນ

error: Content is protected !!