ຢູໂດລາວ ຍາດໄດ້ ຫຼຽນເງິນ ຫຼຽນທອງ ຮ່າໂນ້ຍ ເກມ 2021

    ທັບນັກກີລາຢູໂດທີມຊາດລາວ ລົງສະໜາມແຂ່ງຂັນ 2 ລາຍການ ຈາກປະເພດຟ້ອນກາຕາຄູ່ຍິງ ລາຍການ Katame no kata ແລະ ຄູ່ຊາຍ ລາຍການ Kodokan Goshin ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າ 1 ຫຼຽນເງິນ ຄູ່ຍິງ ແລະ 1 ຫຼຽນທອງ ຄູ່ຊາຍ ປະເດີມໄຊໃນການແຂ່ງຂັນກີລາຢູໂດ ງານມະຫະກຳກີລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ໄດ້ຢ່າງສວຍງາມ.

    ການແຂ່ງຂັນກີລາຢູໂດ ຮ່າໂນ້ຍ ເກມ 2021 ມີການແຂ່ງຂັນຊີງໄຊທັງໝົດ 13 ຫຼຽນຄຳ ປະເພດຟ້ອນກາຕາຊາຍ (Kodokan Goshin) 1 ລາຍການ ແລະ ຟ້ອນກາຕາຍິງ ຫຼື Katame no kata 1 ລາຍການ ສ່ວນອີກ 11 ລາຍການແມ່ນ ປະເພດຕໍ່ສູ້ຊາຍ 5 ລາຍການ ຍິງ 5 ລາຍການ ແລະ ປະເພດຕີທີມປະສົມ 1 ລາຍການ ເລີ່ມດຳເນີນແຂ່ງຂັນວັນທີ 18-22 ພຶດສະພາ 2022. ຜ່ານກນາແຂ່ງຂັນຄູ່ຊາຍ ຜົນປາກົດວ່າ: ທ້າວ ວຽງວີໄລ ຈັນສີ ແລະ ຮ້ອຍໂທ ຈິນດາວອນ ສີວັນວິໄລ ສາມາດທຳການສະແດງໃນຮອບຄັດເລືອກ ສາມາດສ້າງຄະແນນໄດ້ເຖິງ 526,5 ເປັນອັນດັບທີ 2 ຂອງກຸ່ມ 2 ເຂົ້າຮອບຊະນະເລີດ ກ່ອນຟ້ອນໄດ້ 524 ຄະແນນ ເປັນອັນດັບທີ 3 ຍາດໄດ້ຫຼຽນທອງຮ່ວມກັບສິງກະໂປ ສ່ວນຫຼຽນຄຳ ແລະ ຫຼຽນເງິນ ຕົກເປັນຂອງເຈົ້າພາບ ຂະນະທີ່ຄູ່ຍິງໃນຮອບຄັດເລືອກ ນາງ ວຽງໄຊ ວິໄລພອນ ແລະ ນາງ ພອນວັນ ສີອຳພອນ ສາມາດຟ້ອນໄດ້ຄະແນນດີທີ່ສຸດ 408,5 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ເຂົ້າຮອບຊີງຊະນະເລີດ ແຕ່ໜ້າເສຍດາຍ ເສຍເຈົ້າພາບຫວຽດນາມ ທີມ 2 ພຽງ 1 ຄະແນນ ດ້ວຍຄະແນນ 402,5 ຕໍ່ 401,5 ຄະແນນ ຍາດໄດ້ພຽງ ຫຼຽນເງິນ ສ່ວນຫຼຽນຄຳ ຫວຽດນາມ ແລະ ຫຼຽນທອງຮ່ວມແມ່ນຫວຽດນາາມ ແລະ ໄທ.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!