ສືບຕໍ່ປູກຈິດສໍານຶກ ໂທດຂອງຢາສູບ ແລະ ສິ່ງເສບຕິດ

   ເພື່ອປູກຈິດສໍານຶກໃຫ້ນັກຮຽນຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດ ມີ ຢາບ້າ ກັນຊາ ເຮໂລອິນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ ວັນທີ 18 ພຶດສະພາ 2022 ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ລົງໄປເຮັດກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນຮຸ່ງເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີນັກຮຽນເຂົ້າຮ່ວມ 500 ຄົນ.

    ການເຮັດກິດຈະກຳຄັ້ງນີ້ ໄດ້ນໍາອຸປະກອນການຮຽນ-ການສອນ ແລະ ວັດຖຸສິ່ງຂອງທີ່ໄດ້ຮັບການອຸປະຖໍາ ຈາກນາງ ທຸ່ນຄໍາ ຊະນະສີສານ ນາງ ວິມົນພອນ ນາງ ວິໄລພອນ ທ່ານ ສຸຂັນສັກ ສີສຸກ ແລະ ທ່ານນາງ ໂຄຕາມີ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນອກຈາກນີ້ ຍັງມີແມ່ ບົວວັນ ສຸດາວົງ ແລະ ນາງ ສຸພິນພອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ກໍໄດ້ປະກອບສ່ວນວັດຖູສິ່ງຂອງເຊັ່ນກັນ ເຊິ່ງອຸປະກອນ ແລະ ສິ່ງຂອງທີ່ໄດ້ຮັບຄັ້ງນີ້ ໄດ້ນໍາໄປມອບຕໍ່ໃຫ້ນ້ອງນັກຮຽນທີ່ໂຮງຮຽນດັ່ງກ່າວຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!