ເຈົ້າໜ້າທີ່ຢືນຢັນ ເຫດການປຸ້ນຊິງຊັບຍິງສາວ ຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້

    ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ຜ່ານມາ ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບ ກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫຼົບໜີໄປ.

     ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດໂຕໂຍຕາແລນກຣຸຍເຊິ ໄປກິນເບຍກັບໝູ່ຢູ່ຫຼາຍຮ້ານ ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງເຊິ່ງເປັນຮ້ານສຸດທ້າຍ ພໍຮອດທ່ຽງຄືນ ຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນ ບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນກໍໄຂເອົາຊັບສິນທີ່ມີຄ່າ ຄົນຮ້າຍກໍຂີ່ລົດຫຼົບໜີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນໃນການກໍ່ເຫດ ສ່ວນຍິງສາວປອດໄພ ບໍ່ໄດ້ຮັບບາດເຈັບໃດໆ.

    ຕໍ່ມາ ກໍຄືວັນທີ 18 ພຶດສະພາ 2022 ໄດ້ມີຂ່າວອອນລາຍ ໂດຍສະເພາະເພຈຂ່າວປອມ ເຜີຍແຜ່ພາບຊາຍສາມຄົນທີ່ມີລາຍສັກເຕັມໂຕ ວ່າເປັນກຸ່ມແກ້ງປຸ້ນຊັບຄັ້ງນີ້ ຖືກເຈົ້າໜ້າທີ່ຈັບຕົວໄດ້ແລ້ວ ເຊິ່ງເຈົ້າໜ້າທີ່ຜູ້ຮັບຜິດຊອບຄະດີດັ່ງກ່າວ ໄດ້ຢືນຢັນວ່າ: ຊາຍສາມຄົນທີ່ສື່ອອນລາຍລົງຂ່າວ ອ້າງວ່າເຈົ້າໜ້າທີ່ຈັບຕົວຜູ້ກໍ່ເຫດປຸ້ນຊີງຊັບຍິງສາວ ຢູ່ບ້ານດົງນາໂຊກເໜືອນັ້ນ ແມ່ນເປັນຂ່າວປອມ ແລະ ພວກກ່ຽວບໍ່ໄດ້ກ່ຽວຂ້ອງກັບຄະດີປຸ້ນຊັບຄັ້ງນີ້ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ເທື່ອ ແລະ ກໍາລັງເລັ່ງສືບສວນ-ສອບສວນຫາກຸ່ມຄົນຮ້າຍມາລົງໂທດຢູ່ ແລະ ຂໍຮຽກຮ້ອງນຳສື່ສັງຄົມອອນລາຍ ຢ່າສ້າງກະແສໃຫ້ສັງຄົມປັ່ນປ່ວນ.

# ເພັດສະໝອນ – ລາຍງານ

error: Content is protected !!