ພະນັກງານພະແນກສາທາລະນະສຸກ ໄດ້ຮຽນທິດສະດີການເມືອງ-ການປົກຄອງ

   ພິທີໄຂຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ 39 ໃຫ້ພະນັກງານ-ສະມາຊິກພັກຢູ່ໜ່ວຍພັກອ້ອມຂ້າງຄະນະພັກຮາກຖານພະແນກສາທາລະນະສຸກ ນວ ຊຸດທີ 1 ວັນທີ 18 ພຶດສະພາ 2022 ຢູ່ທີ່ພະແນກດັ່ງກ່າວ ເປັນປະທານຮ່ວມຂອງທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ແລະ ທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ມີທ່ານ ຊົງເລົາ ຢົງນູ ຄະນະປະຈໍາພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານນາງ ແສງຈັນ ຈັນທະສຸກ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສາທາລະນະສຸກ ພ້ອມດ້ວຍນັກສຶກສາທີ່ມາຈາກບັນດາຂະແໜງການອ້ອມຂ້າງພະແນກ ແລະ ຫ້ອງການສາທາລະນະສຸກ 9 ຕົວເມືອງ.

    ທ່ານນາງ ວຽງພອນ ແກ້ວຄູນສີ ລາຍງານໂຄງການດໍາເນີນການຮຽນການສອນທິດສະດີການເມືອງການປົກຄອງຊັ້ນຕົ້ນ ຮຸ່ນທີ 39 ວ່າ : ໃນຊຸດຮຽນດັ່ງກ່າວນີ້ ນັກສຶກສາຈໍານວນ 44 ສະຫາຍ ຈະໄດ້ຄົ້ນຄວ້າຮໍ່າຮຽນຕາມໂຄງການຫຼັກສູດທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ 3 ເດືອນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ລວມມີທັງໝົດ 9 ວິຊາຄື: ວິຊາປັດສະຍາມາກ-ເລນິນ ເສດຖະສາດການເມືອງມາກ-ເລນິນ ລັດທິສັງຄົມນິຍົມວິທະຍາສາດ ທິດສະດີລັດ ແລະ ກົດໝາຍ ກໍ່ສ້າງພັກ ຄຸ້ມຄອງເສດຖະກິດ ວິຊາການເມືອງວິທະຍາ ການປົກຄອງ ແລະ ວິຊາຂົນຂວາຍກໍ່ສ້າງຮາກຖານ ລວມມີ 14 ໜ່ວຍກິດ ໃນນີ້ ມີຊົ່ວໂມງບັນຍາຍ ແກ້ຂໍ້ຂ້ອງໃຈ ສອບເສັງ ທັດສະນະ ແລະ ອື່ນໆ ພິເສດ ໂດຍປະຕິບັດຕາມການຊີ້ນໍາ ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໂຮງຮຽນໄດ້ເພີ່ມພາກແນວທາງ ແລະ ວຽກງານຈຸດສຸມຂອງ ນວ ເຂົ້າຕື່ມ 7 ຫົວຂໍ້ເຊັ່ນ: ມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນ ປະຕິວັດລາວ ມະຕິວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ ມະຕິກອງປະຊຸມໃຫ່ຍຄັ້ງທີ 7 ຂອງອົງຄະນະພັກ ນວ ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9 ຂອງ ນວ ແຜນຜັງຕົວເມືອງສະບັບທີ 3 ແຜນພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ ແລະ ວຽກງານຈຸດສຸມຂອງຄະນະພັກຮາກຖານພະແນກສາທາລະນະສຸກ ໂດຍການຮຽນການສອນອາທິດໜຶ່ງຮຽນ 2 ວັນຄື: ວັນສຸກ ແລະ ວັນເສົາ ມື້ໜຶ່ງຮຽນ 7 ຊົ່ວໂມງ.

    ເພື່ອຮັບປະກັນໃຫ້ຊຸດຮຽນຄັ້ງນີ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທາງໂຮງຮຽນໄດ້ວາງມາດຕະການຈັດຕັ້ງປະຕິບັດ ໂດຍໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາຖືເອົາການຮຽນການສອນແມ່ນໜ້າທີ່ການເມືອງຕົ້ນຕໍຂອງຕົນ ທີ່ພັກ-ລັດມອບໝາຍໃຫ້ ຕ້ອງຮັກສາ ແລະ ສົ່ງເສີມລັກສະນານໍາໜ້າ ເປັນແບບຢ່າງຢູ່ສະເໝີ ຕ້ອງຍົກສູງນໍ້າໃຈຮັບຜິດຊອບຕໍ່ການຮຽນການສອນ ແລະ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ ແນໃສ່ເຮັດໃຫ້ຄະນະໜ່ວຍພັກ ສະມາຊິກພັກ ຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ແມ່ນເປົ້າໝາຍສ້າງເປັນພະນັກງານສືບທອດຢູ່ພະແນກສາທາລະນະສຸກ ກໍາແໜ້ນທິດສະດີມາກເລນີນ ບັນດາແຜນພັດທະນາຕາມໂຄງການຫຼັກສູດທິດສະດີການເມືອງການປົກຄອງຊັ້ນຕົ້ນວາງອອກ ທັງເປັນການຍົກສູງຄຸນນະພາບບຸຄະລາກອນ ໃຫ້ສາມາດຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢູ່ຂັ້ນຮາກຖານໄດ້ເປັນຢ່າງດີ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!