ລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານເສດຖະກິດ ແລະ ການເຕີບໂຕສີຂຽວ

    ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ (ມຊ ຫວຽດນາມ) ຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັນ ໃນຫົວຂໍ້ “ເສດຖະກິດສີຂຽວ ແລະ ການເຕີບໂຕສີຂຽວ” ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈິນ ໂທ ດັດ (Tran Tho Dat) ປະທານຄະນະກຳມະການຄົ້ນຄວ້າວິຊາການ ມຊ ຫວຽດນາມ ແລະ ທ່ານ ດິງ ດຶກ ເຈືອງ (Dinh Duc Truong) ຄະນະບໍດີ ຄະນະສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຕົວເມືອງ ມຊ ຫວຽດນາມ.

    ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ນຳສະເໜີການຈັດຕັ້ງປະຕິບັດກ່ຽວກັບບັນດານະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບເສດຖະກິດສີຂຽວ ແລະ ການເຕີບໂຕສີຂຽວໃນໄລຍະຜ່ານມາ ພ້ອມທັງໄດ້ແລກປ່ຽນດ້ານວິຊາການຮ່ວມກັນ ເຊິ່ງໄດ້ຍົກໃຫ້ເຫັນຄວາມກ້າວໜ້າ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ໂອກາດໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນອະນາຄົດ.

    ໂອກາດນີ້ ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ມີຄຳເຫັນຊີ້ນຳກອງປະຊຸມ ເພື່ອໃຫ້ທັງ 2 ຝ່າຍໄດ້ຮ່ວມກັນສຶກສາ ແລະ ຄົ້ນຄວ້າກ່ຽວກັບການພັດທະນາສີຂຽວ ສະອາດ ແລະ ຍືນຍົງ ເພື່ອເປັນການຊ່ວຍລັດຖະບານໃນການຈັດຕັ້ງປະຕິບັດນະໂຍບາຍການພັດທະນາຕາມທິດສີຂຽວ ແລະ ຍືນຍົງຂອງ ສປປ ລາວ ໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ໃນອະນາຄົດ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!