ຄວາມຄືບໜ້າການປະຕິບັດດຳລັດວ່າດ້ວຍລົດຂອງລັດ

    ເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເວົ້າລວມ ເວົ້າສະເພາະ ເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດດຳລັດສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ ໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ໃນວັນທີ 17 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫຼັງທີ່ີໄດ້ເຜີຍແຜ່ດຳລັດດັ່ງກ່າວໃນທ້າຍເດືອນມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຮສ ປອ ສົມກຽດ ພະສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີບັນດາທ່ານຫົວໜ້າຫ້ອງວ່າການ ຫ້ອງການກະຊວງ ອົງການຈັດຕັ້ງພັກ-ລັດ ແລະ ມະຫາຊົນຂັ້ນສູນກາງເຂົ້າຮ່ວມ.

    ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄືມາດຕະການທີ່ລັດຖະບານໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວ ແມ່ນເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດໃຫ້ມີຄວາມເປັນເອກະພາບລວມສູນ ສະເໝີພາບ ນຳໃຊ້ຖືກເປົ້າໝາຍ ມີຄວາມໂປ່ງໃສ ມີລະບຽບວິໄນ ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ ໂດຍສະເພາະການຫຼຸດຈຳນວນລົດລົງ ການຖອນຄືນ ການດຸ່ນດ່ຽງ ດັດສົມລົດປະຈຳຕຳແໜ່ງ ດັດປັບການເບີກຈ່າຍນ້ຳມັນ ການຫັນມາໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ ແລະ ອື່ນໆ.

    ເມື່ອສົມທຽບດຳລັດສະບັບນີ້ ກັບລະບຽບການນໍາໃຊ້ລົດລັດໃນເມື່ອກ່ອນ ເຫັນວ່າຈະສາມາດຫຼຸດຈຳນວນລົງ ແລະ ຖອນຄືນລົດປະຈໍາຕຳແໜ່ງການນຳລະດັບສູງ ປະເພດ I ຫາ ປະເພດ IV ທີ່ເກີນກໍານົດໃນດຳລັດ 599/ລບ ດຸ່ນດ່ຽງດັດສົມລົດ ຈາກບ່ອນທີ່ມີຫຼາຍ ໄປໃຫ້ພາກສ່ວນທີ່ຍັງຂາດເຂີນບໍ່ພຽງພໍ ດັດປັບການເບີກຈ່າຍນໍ້າມັນເຊື້ອໄຟໃຫ້ຫຼຸດລົງ ສົ່ງເສີມຫັນໄປນຳໃຊ້ລົດໄຟຟ້າ ຫຼື ລົດທີ່ນໍາໃຊ້ພະລັງງານສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມມະຕິ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າໃນ ສປປ ລາວ ສໍາລັບພະນັກງານຕຳແໜ່ງຂັ້ນຫົວໜ້າກົມ  ແລະ  ຮອງຫົວໜ້າກົມລົງມາ  ແມ່ນບໍ່ມີລົດປະຈໍາຕຳແໜ່ງ ແຕ່ໃຫ້ນຳໃຊ້ລົດຮັບໃຊ້ບໍລິຫານລວມ  ແລະ  ລົດຮັບໃຊ້ວຽກງານວິຊາສະເພາະ  ໂດຍມີການຕິດກາໝາຍ (ສະຕິກເກີ) ຢ່າງຄັກແນ່.

    ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ສະເໜີໃຫ້ບັນດາຫ້ອງການເປັນໃຈກາງໃນການສືບຕໍ່ຈັດຕັ້ງປະຕິບັດດຳລັດສະບັບນີ້ ຂອງກະຊວງ ອົງການຂອງຕົນໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນ ພ້ອມທັງຄົ້ນຄວ້າວິທີການທີ່ເໝາະສົມໃນການແກ້ໄຂບັນຫາຄົງຄ້າງ ຂໍ້ຫຍຸ້ງຍາກຕ່າງໆ ສະເໜີຕໍ່ຄະນະພັກ-ຄະນະນຳຂອງຕົນ ບົນພື້ນຖານສອດຄ່ອງກັບດຳລັດ 599/ລບ ນອກຈາກນັ້ນ ຖ້າພາກສ່ວນໃດບໍ່ທັນສຳເລັດການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

    ການຈັດຕັ້ງປະຕິບັດດຳລັດສະບັບນີ້ ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ ສິ່ງສຳຄັນແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ກໍານົດໄວ້ ໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ :  ຊີລິການດາ 

error: Content is protected !!