ຫວນຄືນມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 136 ປີ

   ໂດຍປະຕິບັດຕາມແຈ້ງການຂອງສະຫະພັນກໍາມະບານນະຄອນຫຼວງວຽງຈັນ (ນວ) ສະບັບເລກທີ 208/ກບ.ນວ ແລະ ທິດຊີ້ນໍາຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນວ ສະຫະພັນກໍາມະບານພະແນກ ຖວທ ນວ ໄດ້ຈັດພິທີຫວນຄືນມູນເຊື້ອວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 136 ປີ ວັນທີ 18 ພຶດສະພາ 2022 ທີ່ພະແນກດັ່ງກ່າວ ໃຫ້ກຽດເຜີຍແຜ່ຂອງທ່ານນາງ ພູວັນ ເພັດຊຸມພູ ຮອງປະທານສະຫະພັນກໍາມະບານ ນວ ມີທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ຄະນະພັກຮາກຖານ ຫົວໜ້າຂະແໜງການ ກອງວິຊາການ ປະທານສະຫະພັນແມ່ຍິງ ຊາວໜຸ່ມ ສະຫະພັນກໍາມະບານ ກໍາມະບານຮາກຮານ ແລະ ສະມາຊິກເຂົ້າຮ່ວມ.

    ໂອກາດນີ ທ່ານນາງ ພູວັນ ເພັດຊຸມພູ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ກອງປະຊຸມຕ່າງໆ ແລະ ຜູ້ອອກແຮງງານໃນພາກພື້ນ ແລະ ສາກົນ ການປະກອບສ່ວນໃນພາລະກິດປະຕິວັດຂອງກໍາມະກອນລາວຕະຫຼອດໄລຍະຜ່ານມາ ໂດຍສະເພາະ  ການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຊົນຊັ້ນກໍາມະກອນລາວ ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ໂດຍຕິດພັນກັບມູນເຊື້ອຂອງຊົນຊັ້ນກໍາມະກອນສາກົນ ແນໃສ່ເຮັດໃຫ້ສະມາຊິກກໍາມະບານທົ່ວພະແນກ ຖວທ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການເຕີບໃຫຍ່ຂອງຊົ້ນຊັ້ນກໍາມະກອນແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ ພ້ອມນັ້ນ ຍັງເປັນການຮໍ່າຮຽນເອົາມູນເຊື້ອອັນພິລະອາດຫານຂອງຊົນຊັ້ນກໍາມະກອນໃນເມື່ອກ່ອນ ເພື່ອມາຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ເກີດດອກອອກຜົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!