ວິທະຍາຄານກົມມະດໍາ ຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງພັກຮາກຖານ

   ອີງຕາມທິດທາງປັບປຸງກໍ່ສ້າງປົວແປງພັກ ປະຈຳປີ 2022 ຢູ່ວິທະຍາຄານກົມມະດຳ ວັນທີ 17 ພືດສະພາ 2022 ຢູ່ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງກອງປະຊຸມແຕ່ງຕັ້ງຄະນະຊີ້ນຳຕີລາຄາແບ່ງປະເພດຄຸນນະພາບ ການຈັດຕັ້ງຮາກຖານພັກ ແລະ ສະມາຊີກພັກ ຂອງວິທະຍາຄານກົມມະດຳ ປະຈຳປີ 2022 ຂຶ້ນ ໂດຍເປັນປະທານຂອງສະຫາຍພົນຈັດຕະວາ ຖາວອນ ແກ້ວອີນທະວົງ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ມີຄະນະພັກ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກຮາກຖານ ແລະ ໜ່ວຍພັກເຂົ້າຮ່ວມ.

    ສະຫາຍ ພັນໂທ ອິດສະໄໝ ໄຊສົມມີ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງວິທະຍາຄານກົມມະດຳ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກວິທະຍາຄານກົມມະດຳ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ບັນດາອະນຸກຳມະການຊຸກຍູ້ຂະບວນການຕີລາຄາແບ່ງປະເພດຄຸນນະພາບສະມາຊີກພັກ ພ້ອມທັງແນະນຳນິຕິກຳຕ່າງໆກ່ຽວກັບການຕີລາຄາແບ່ງປະເພດຄຸນນະພາບຂອງຮາກຖານພັກ ແລະ ສະມາຊີກພັກປະຈຳປີ 2022. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກສະຫາຍ ພົນຈັດຕະວາ ຖາວອນ ແກ້ວອີນທະວົງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ  ແລະ  ບັນດາໜ່ວຍພັກ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສະມາຊິກພັກການເມືອງຂອງກົມກອງຢ່າງເຂັ້ມງວດ ປະຕິບັດ 5 ຫຼັກການ 3 ທິດນໍາຂອງພັກ ວາງອອກ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນ ຄິດໃຫ້ພະນັກງານ-ສະມາຊິກພັກ ນັກຮົບມີຄວາມສາມັກຄີ ເປັນເອກະພາບພາຍໃນພັກ ຄວາມຈົງຮັກພັກດີຕໍ່ພັກ ຕໍ່ກອງທັບ ແລະ ປະເທດຊາດ ຮັກສາໄດ້ມູນເຊື້ອອັນດີງາມຂອງກອງທັບ ມີຄຸນສົມບັດສິນທໍາປະຕິວັດ ມີແບບແຜນວິທີເຮັດວຽກບົນພື້ນ ຖານຫຼັກການລວມສູນປະຊາທິປະໄຕພາຍໃນພັກ ເຮັດວຽກເປັນໝູ່ຄະນະ ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງມີແບບແຜນການດໍາລົງຊີວິດທີ່ປອດໃສ ຂາວສະອາດ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ປັບປຸງກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ຮັບປະກັນດ້ານພະລາທິການ-ເຕັກນິກ ສະກັດກັ້ນຕ້ານປາກົດການຫຍໍ້ທໍ້ພາຍໃນພັກ ແລະ ກອງທັບ ຍົກສູງຄວາມຮູ້-ຄວາມສາມາດຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງກົມກອງທີ່ການຈັດຕັ້ງຂັ້ນເທິງພັກ-ລັດ ແລະ ກອງທັບມອບໝາຍໃຫ້ເຮັດສໍາເລັດທຸກໜ້າທີ່.

error: Content is protected !!