ເພີ່ມຄວາມອາດສາມາດການນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ພະນັກງານ

    ກອງປະຊູມຮ່ວມລະຫວ່າງກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຖາບັນນະໂຍບາຍ ວິທະຍາສາດ ແລະ ເຕັກໂນໂລຊີ ສ ເກົາຫຼີ (STEPI) ໃນຮູບແບບທາງໄກ ຈັດຂຶ້ນວັນທີ 17 ພຶດສະພາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສຸມານະ ຈຸລະມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ດຣ ຮາວນີລ ພາກ ຫົວໜ້າພະແນກຍຸດທະສາດ ນະວັດຕະກຳ ສາກົນ ສະຖາບັນນະໂຍບາຍ ວິທະຍາສາດ ແລະ ເຕັກໂນໂລຊີ ສ ເກົາຫຼີ ພ້ອມດ້ວຍເຈົ້າໜ້າທີທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບເນື້ອໃນກິດຈະກຳຂອງໂຄງການແຜນແມ່ບົດແຫ່ງຊາດສຳລັບການຄົ້ນຄວ້າ-ພັດທະນາ ແລະ ການນຳໃຊ້ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງ ສປປ ລາວ 2020-2022 “ Project on National Master Plan for STI R&D and Application in Lao PDR 2020-2022 ” ແລະ ປຶກສາຫາລືຜູ້ຮັບຜິດຊອບຕົ້ນຕໍໃນການຈັດຕັ້ງປະຕິບັດແຕ່ລະວຽກ ແລະ ພາກສ່ວນຮ່ວມມືທີ່ກ່ຽວຂ້ອງຂອງໂຄງການ ເກັບກຳຄວາມຕ້ອງການສະເພາະຂອງ ສປປ ລາວ ປັບປຸງຄວາມເຂົ້າໃຈກ່ຽວກັບລະບົບວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ ແລະ ສະພາບປັດຈຸບັນຢູ່ ສປປ ລາວ ແລະ ສ ເກົາຫຼີ ພ້ອມທັງສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ເພື່ອສ້າງນະໂຍບາຍວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງ ສປປ ລາວ.

    ການສ້າງແຜນແມ່ບົດດັ່ງກ່າວ ແມ່ນເພື່ອໃຫ້ສອດຄ່ອງກັບນະໂຍບາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2020 ເປັນຕົ້ນມາ ເຊິ່ງໄດ້ສຶກສາວິເຄາະຂໍ້ມູນທາງດ້ານລະບົບນະວັດຕະກໍາແຫ່ງຊາດຂອງ ສປປ ລາວ ພ້ອມໄດ້ແລກປ່ຽນບົດຮຽນ ປະສົບການຂອງ ສ ເກົາຫຼີ ກ່ຽວກັບການສ້າງນະໂຍບາຍດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ຈັດເຝິກອົບຮົມເພື່ອເພີ່ມຄວາມອາດສາມາດຂອງພະນັກງານວິຊາການຂອງ ສປປ ລາວ. ກອງປະຊຸມ ຍັງຈະໄດ້ສືບຕໍ່ດໍາເນີນຈັດເຝິກອົບຮົມຕາມແຜນກິດຈະກໍາຂອງໂຄງການ ໃນການສ້າງຄວາມອາດສາມາດທາງດ້ານນະໂຍບາຍວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ພະນັກງານວິຊາການຂອງ ສປປ ລາວ ລະຫວ່າງວັນທີ 18-20 ພຶດສະພາ 2022 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 23 ທ່ານ.

# ຂ່າວ – ພາບ : ວຽງມາ

error: Content is protected !!