ບົດວິພາກເພື່ອສະເໜີສ້າງຕັ້ງເມືອງໃໝ່ ປະຕິບັດຕາມວິໄສທັດຮອດປີ 2030

    ກອງປະຊຸມຄົ້ນຄວ້າ ປະກອບຄໍາເຫັນໃສ່ບົດວິພາກ ເພື່ອສະເໜີສ້າງຕັ້ງເມືອງໃໝ່ ຈັດຂຶ້ນວັນທີ 17 ພຶດສະພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານ ພູວົງ ວົງຄໍາຊາວ ແລະ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີບັນດາເຈົ້າເມືອງ ຫົວໜ້າພະແນກການ ແລະ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ເຂົ້າຮ່ວມ.

    ທ່ານ ນາງ ລໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ໄດ້ຂຶ້ນສະເໜີຮ່າງບົດວິພາກ ຂໍສ້າງຕັ້ງເມືອງໃໝ່ (ເມືອງລ້ານຊ້າງ) ເຊິ່ງມີບາງຕອນວ່າ: ການສ້າງຕັ້ງເມືອງໃໝ່ ເຊິ່ງເປັນເມືອງທີ 10 ຂອງ ນວ ໄດ້ໄປຕາມທິດຂະຫຍາຍຕົວຂອງ ນວ ສະແດງໃຫ້ເຫັນໃນແຜນຜັງລວມສະບັບທີ 3 ຂອງ ນວ ກວມເອົາ 5 ກຸ່ມເຂົ້າກັນຄື: ກຸ່ມທ່າງ່ອນ ກຸ່ມຫາດກ້ຽງ ກຸ່ມບ້ານຊ້າງ ກຸ່ມຫ້ວຍຈຽມ ແລະ ກຸ່ມດົງບັງ ມີ 24 ບ້ານ ມີເນື້ອທີ່ທັງໝົດ 360,70 ກິໂລຕາແມັດ ເປັນເມືອງທີ່ມີເນື້ອທີ່ຈັດຢູ່ໃນອັນດັບທີ 5 ຂອງບັນດາເມືອງໃນ ນວ ໂດຍການສ້າງຕັ້ງເມືອງດັ່ງກ່າວ ໄດ້ປະຕິບັດຕາມວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ນວ ໄລຍະ 10 ປີ ແຕ່ປີ 2016-2025 (ຍຸດທະສາດທີ 3) ກ່ຽວກັບການສ້າງເຂດຊານເມືອງໃຫ້ກາຍເປັນເທສະບານ ຫຼື ເມືອງນ້ອຍ ທີ່ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VI,VII ຂອງອົງຄະນະພັກ ນວ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ VII ( 2020-2025 ) ຂອງ ນວ ແລະ ທິດທາງຄາດໝາຍພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ( 2020-2025) ຂອງເມືອງໄຊທານີວາງອອກ ແນໃສ່ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການພັດທະນາທາງດ້ານພື້ນຖານໂຄງລ່າງເສດຖະກິດ ແລະ ວັດທະນາທໍາ-ສັງຄົມຄືກັບເມືອງອື່ນໆຢູ່ໃນ ນວ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະ ພ້ອມນັ້ນການສ້າງເມືອງໃໝ່ ເປັນການເລັ່ງແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດຫຍັບເຂົ້າໃກ້ຄຽງກັນ ໂດຍຖືເອົາຄອບຄົວເປັນເປົ້າໝາຍ ຖືເອົາການສ້າງບ້ານພັດທະນາເປັນຈຸດສຸມ ຕາມທິດພັດທະນາຊົນນະບົດໃໝ່ ດ້ວຍການສົ່ງເສີມການຜະລິດກະສິກຳສະອາດເປັນສິນຄ້າ ການບໍລິການຕິດພັນກັບການທ່ອງທ່ຽວ ເພື່ອສ້າງໃຫ້ປະຊາຊົນມີອາຊີບ ມີລາຍໄດ້ໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ໃຫ້ກາຍເປັນຄອບຄົວພົ້ນທຸກ ເພື່ອຕອບບຸນແທນຄຸນນັກຮົບປະຕິວັດ ພະນັກງານບໍານານ ນັກປະຕິວັດອາວຸໂສ ແລະ ປະຊາຊົນບັນດາເຜົ່າໃນຕາແສງບ້ານຊ້າງ ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນການເຄື່ອນໄຫວພິລະອາດຫານ ຕໍ່ສູ້ກູ້ຊາດ ແລະ ປົດປ່ອຍວຽງຈັນໃນໄລຍະຜ່ານມາ ໃຫ້ພວກເພີ່ນມີລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈສູງຂື້ນກວ່າເກົ່າ.

    ສໍາລັບຮ່າງບົດວິພາກສະເໜີຂໍສ້າງຕັ້ງເມືອງໃໝ່ ປະກອບມີ ພາກທີ 1 ພາກສະເໜີ ພາກທີ 2 ສະພາບທາງດ້ານເສດຖະກິດໃນປັດຈຸບັນ ແລະ ທ່າແຮງບົ່ມຊ້ອນ ພາກທີ 3 ຂົງເຂດດ້ານວັດທະນະທໍາ-ສັງຄົມ ພາກທີ 4 ໂຄງປະກອບການຈັດຕັ້ງ ແລະ ພາກທີ 5 ທິດທາງ ຄາດໝາຍພັດທະນາເມືອງໃໝ່ 2021-2025.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!