13 ທັນວາ ໄຂງານກີລາແຫ່ງຊາດ ຄັ້ງທີ 11 ແນ່ນອນ ຂະນະນີ້ພ້ອມແລ້ວ 70%

    ລັດຖະບານລາວ ໄດ້ກໍານົດເອົາວັນທີ 13-22 ທັນວາ 2022 ເປັນມື້ໄຂ-ປິດງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເຊິ່ງມາຮອດປັດຈຸບັນ ແຂວງຊຽງຂວາງໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານ.

    ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ວ່າ: ປັດຈຸບັນ ແຂວງຊຽງຂວາງໄດ້ມີຄວາມພ້ອມໃນການກຽມເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ຊຶ່ງເປັນວັນເກີດຂອງທ່ານປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ໄຂງານກິລາແຫ່ງຊາດ ຄັ້ງທີ 11 ແລະ ກຳນົດເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ.

    ທ່ານຮອງເຈົ້າແຂວງຊຽງຂວາງ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນ ພວກເຮົາພວມຫ້າງຫາກະກຽມບຸຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່​ ສ່ວນທາງດ້ານພື້ນຖານໂຄງລ່າງ ແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ເພື່ອກວດກາຄືນໃໝ່ ສະໜາມແຂ່ງຂັນກີລາ ເປັນຕົ້ນແມ່ນ ບານເຕະ ປິ່ງປ່ອງ ແລະ ອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫະກໍາກີລາຄັ້ງນີ້ ໃນດ້ານຄວາມກຽມພ້ອມການແຂ່ງຂັນກີລາປະເພດຕ່າງໆ ແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະ ບາງປະເພດກີລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ.

    ທ່ານກ່າວຕື່ມອີກວ່າ: ສ່ວນດ້ານງົບປະມານ ແມ່ນໄດ້ກວດສອບຄືນໃໝ່ ເພື່ອຈະນໍາສະເໜີລັດຖະບານຊອກຫາວິທີແກ້ໄຂ ມາຮອດປັດຈຸບັນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ກໍຄືຊາວແຂວງຊຽງຂວາງ ແມ່ນມີຄວາມຄອງຄອຍໃນການເປັນເຈົ້າພາບຮ່ວມກັນທີ່ດີ.

# ຂອບໃຈຂໍ້ມູນຈາກ: CRI

error: Content is protected !!