ເປີດບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດໃນ ສປປ ລາວ

    ວັນທີ 16 ພຶດສະພາ 2022 ບໍ່ຄຳ-ທອງ ເຊໂປນຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ໄດ້ເປີດບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດໃນ ສປປ ລາວ ຂຶ້ນ ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນປະທານຄະນະກຳມະການຄຸ້ມຄອງໂຄງການຄຳ-ທອງ ເຊໂປນ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພໍ ແຮຮິສ ຜູ້ຈັດການໃຫຍ່ ລຊມລ ກ່າວວ່າ: ໂຄງການບໍ່ຄຳ-ທອງ ເຊໂປນ ມີປະຫວັດສາດການຂຸດຄົ້ນບໍ່ແຮ່ມາຫຼາຍພັນປີ ເຊິ່ງການສຳຫຼວດໃຕ້ດິນຢູ່ບໍ່ຄຳ-ທອງເຊໂປນ ຄາດວ່າການຜະລິດຈາກການຂຸດຄົ້ນບໍ່ແຮ່ໃຕ້ດິນ ຈະເລີ່ມໃນກາງປີ 2023 ບໍ່ໃຕ້ດິນຈະຂະຫຍາຍເຖິງ 450 ແມັດໃຕ້ໜ້າດິນ ທາງເຂົ້າອຸມົງເພື່ອເຈາະສຳຫຼວດໃຕ້ດິນຈະມີຄວາມຍາວຫຼາຍກວ່າ 1.800 ແມັດ ສູງ 5 ແມັດ ກວ້າງ 5 ແມັດ ເພື່ອອຳນວຍໃຫ້ລົດຈົກ ແລະ ເຄື່ອງເຈາະທີ່ທັນສະໄໝ ດ້ວຍປະລິມານສະສົມແຮ່ເພື່ອສຳຫຼວດ ທີ່ມີຫຼາຍກວ່າ 9,5 ລ້ານໂຕນ ແລະ ການຜະລິດແຮ່ທີ່ຄາດວ່າຈະເພີ່ມຂຶ້ນຈາກ 400.000 ໂຕນ ໃນປີ 2023 ເປັນ 1,2 ລ້ານໂຕນຕໍ່ປີ ແລະ ຄາດວ່າຈະຂະຫຍາຍອາຍຸບໍ່ຄຳ-ທອງເຊໂປນໄປອີກ 7 ປີຈົນເຖິງປີ 2030 ຈະປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທີ່ຍືນຍົງໃນຊຸມຊົນເຈົ້າພາບໄດ້ເປັນຢ່າງດີ.

      ການພັດທະນາໃໝ່ນີ້ ຈະນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ກ້າວໜ້າ ເພື່ອຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ພະນັກງານ ລວມທັງຜູ້ຮັບເໝົາຄົນລາວ ກໍຄືວິຊາການມືອາຊີບດ້ານບໍ່ແຮ່ທີ່ເປັນຄົນລາວ ເພື່ອວາງມາດຕະຖານໃໝ່ໆໃນການຂຸດຄົ້ນບໍ່ແຮ່ໃຕ້ດິນ ການຂຸດຄົ້ນບໍ່ແຮ່ໃຕ້ດິນ ຈະສ້າງຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມຂັ້ນປະເທດ ພາກພື້ນ ແລະ ທ້ອງຖິ່ນ ກໍຄືຜູ້ມີສ່ວນຮ່ວມ ແລະ ຊຸມຊົນເຈົ້າພາບຂອງພວກເຮົາ ການຂຸດຄົ້ນບໍ່ແຮ່ໃຕ້ດິນ ຈະປະຢັດຫຼາຍກວ່າສຳລັບແຫຼ່ງແຮ່ທີ່ຢູ່ຊັ້ນເລິກ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ຕ່ຳກວ່າຫຼາຍ ເມື່ອສົມທຽບໃສ່ການຂຸດຄົ້ນບໍ່ແຮ່ເປີດໜ້າດິນ ທີ່ ລຊມລ ໝາຍໝັ້ນໃນການບັນລຸມາດຕະຖານສູງທີ່ສຸດດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ ແລະ ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ເພື່ອແບ່ງປັນຜົນປະໂຫຍດຢ່າງທົ່ວເຖິງ.

     ບໍ່ໄຕ້ດິນນີ້ ເປັນບໍ່ທໍາອິດໃນ ສປປ ລາວ ທີ່ສອດຄ່ອງກັບຂັ້ນຕອນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງໄດ້ປະກອບສ່ວນ 11 ລ້ານໂດລາສະຫະລັດ ເຂົ້າໃສ່ກອງທຶນພັດທະນາຊຸມຊົນ ແລະ ສ້າງລາຍໄດ້ກວ່າ 49 ລ້ານໂດລາສະຫະລັດ ໃຫ້ແກ່ກຸ່ມທຸລະກິດທ້ອງຖິ່ນນຳອີກ.

(ຂໍ້ມູນ: ລຊມລ)

error: Content is protected !!