ວັນທີ 16 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ເຂົ້າຢ້ຽມຄໍານັບທ່ານ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະວັນທີ 15-17 ພຶດສະພາ 2022 ນີ້.

ການຢ້ຽມຄໍານັບຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນ ກໍຄືການກຳນົດນະໂຍບາຍມາດຕະການຕໍ່ວຽກງານການຟື້ນຟູ ແລະ ພັດທະນາເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ແລະ ສິ່ງທ້າທາຍທີ່ກຳລັງພົບພໍ້ຍ້ອນສະພາບຜັນແປຂອງໂລກ.
.
# ຂ່າວ – ພາບ : ຂັນທະວີ