ອາຊຽນ ຫາລືສ້າງຄວາມເຂັ້ມແຂງການຮ່ວມມືດ້ານການເງິນ

    ເມື່ອບໍ່ດົນມານີ້ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີການເງິນອາຊຽນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 ຄັ້ງທີ 25 (25th AFMGM+3) ໂດຍການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີການເງິນກຳປູເຈຍ ແລະ ລັດຖະມົນຕີການເງິນ ສປ ຈີນ ມີລັດຖະມົນຕີກະຊວງການເງິນ ຜູ້ວ່າການທະນາຄານກາງຈາກປະເທດສະມາຊິກອາຊຽນ+3 ພ້ອມດ້ວຍບັນດາຜູ້ແທນຈາກອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບເສດຖະກິດໂລກ ແລະ ປຶກສາຫາລືດ້ານນະໂຍບາຍຂອງພາກພື້ນ ແລະ ສືບຕໍ່ປຶກສາຫາລືວຽກບູລິມະສິດການສ້າງຄວາມເຂັ້ມແຂງ ການຮ່ວມມືດ້ານການເງິນອາຊຽນ+3 ບັນຫາທທີ່ສໍາຄັນດັ່ງກ່າວ ແມ່ນໄດ້ຄົ້ນຄວ້າປຶກສາຫາລືດ້ານວິຊາການ ເອກະພາບກັນຂັ້ນພື້ນຖານ ໃນກອງປະຊຸມ ASEAN+3 ຄັ້ງວັນທີ 1 ເມື່ອເດືອນເມສາ 2022 ແລະ ໄດ້ນໍາມາສະເໜີເພື່ອຮັບຮອງໃນກອງປະຊຸມລະດັບສູງໃນວັນທີ 12 ພຶດສະພາ 2022.

     ກອງປະຊຸມໄດ້ຮັບຟັງການລາຍງານການຕີລາຄາສະພາບເສດຖະກິດມະຫາພາກ ແລະ ການໃຫ້ຄໍາແນະນໍາດ້ານນະໂຍບາຍສຳລັບພາກພື້ນອາຊຽນ+3 ເຊິ່ງນໍາສະເໜີໂດຍກອງທຶນສາກົນ ທະນາຄານພັດທະນາອາຊີ ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO) ໂດຍລວມ ເຫັນວ່າສະພາບໃນປີ 2022 ການຄາດຄະເນເສດຖະກິດພາກພື້ນອາຊຽນ+3 ແມ່ນຂະຍາຍຕົວຢູ່ໃນລະດັບ 4,7% ແລະ ອັດຕາເງິນຟີ້ຢູ່ໃນລະດັບ 3,5% ເຖິງວ່າຈະມີທິດທາງການເຕີບໂຕທີ່ຂ້ອນຂ້າງດີໃນໄລຍະຜ່ານມາ ພາຍຫຼັງທີ່ນໍາໃຊ້ມາດຕະການ ແລະ ນະໂຍບາຍທີ່ເຂັ້ມງວດ ແຕ່ເນື່ອງຈາກສະພາບພະຍາດໂຄວິດ-19 ທີ່ຍັງສືບຕໍ່ລະບາດ ແລະ ສະພາບດ້ານການເມືອງ ເຮັດໃຫ້ຫຼາຍປະເທດສະມາຊິກອາດຈະຍັງໄດ້ຮັບຜົນກະທົບທາງດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ລວມທັງກະແສການເໜັງຕິງຄ່າເງິນເຟີ້ທີ່ມີທ່າອ່ຽງສູງຂຶ້ນ ຕໍ່ບັນຫາດັ່ງກ່າວ ປະເທດສະມາຊິກອາຊຽນ+3 ກໍໄດ້ໃຫ້ຄໍາໝັ້ນສັນຍາ ແລະ ສະເໜີໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັນດ້ານການເງິນຂອງພາກພື້ນ ເພື່ອພ້ອມກັນຂ້າມຜ່ານຄວາມຫຍຸ້ງຍາກທາງດ້ານເສດຖະກິດຮ່ວມກັນ.

      ກອງປະຊຸມໄດ້ຮັບຮອງແຜນງົບປະມານ ແລະ ບຸຄະລາກອນສົກປີ 2023 ຂອງອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 ໄດ້ເຫັນດີຕໍ່ການທົບທວນແຜນທິດທາງຍຸດທະສາດພາຍໃຕ້ວິໄສທັດຮອດປີ 2030 ເພື່ອຍົກສູງຂີດຄວາມສາມາດທາງດ້ານບຸຄະລາກອນຂອງອົງການ AMRO ກອງປະຊຸມໄດ້ຍ້ອງຍໍຊົມເຊີຍການປະຕິບັດໜ້າທີ່ຂອງຜູ້ອຳນວຍການ AMRO ຜູ້ເກົ່າ ທີ່ຈະໝົດວ່າລະໃນເດືອນພຶດສະພາ 2022 ແລະ ກ່າວຕ້ອນຮັບຜູ້ອຳນວຍການອົງການ AMRO ຜູ້ໃໝ່ ທີ່ໄດ້ຮັບການເລືອກຕັ້ງຈະເຂົ້າມາດໍາລົງຕໍາແໜ່ງປະຕິບັດໜ້າທີ່ປ່ຽນແທນ ກອງປະຊຸມໄດ້ສະແດງສະໜັບສະໜູນຕໍ່ກັບບັນດາການຄົ້ນຄວ້າວຽກງານການສ້າງກົນໄກການກູ້ຢືມ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ ເປັນກົນໄກຫຼາຍຝ່າຍ ເພື່ອຮັບໃຊ້ໃນວຽກງານການແກ້ໄຂສະພາບຄ່ອງເງິນຕາຕ່າງປະເທດ ແລະ ດຸນຊໍາລະເງິນລະຫວ່າງປະເທດ ໂດຍສະເພາະ ການປັບປຸງຄູ່ມືແນະນໍາການຈັດຕັ້ງປະຕິບັດ ທີ່ໄດ້ມີກົນໄກໃໝ່ໃນປ່ອຍກູ້ເປັນສະກຸນເງິນທ້ອງຖິ່ນ ການກໍານົດເພດານອັດຕາດອກເບ້ຍ ພ້ອມນີ້ໄດ້ຮັບຮອງຜົນສຳລັດຂອງການທົດລອງການກູ້ຢືມຄັ້ງທີ 12 ແລະ ແຜນການທົດລອງກູ້ຢືມຄັ້ງທີ 13.

     ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນໄລຍະກາງຂອງວຽກງານຂໍ້ລິເລີ່ມຕະຫຼາດພັນທະບັດອາຊີ 2019-2022 ໃນການພັດທະນາ ແລະ ສົ່ງເສີມການອອກພັນທະບັດເປັນສະກຸນເງິນທ້ອງຖິ່ນຂອງປະເທດສະມາຊິກອາຊຽນ+3 ໂດຍສະເພາະ ການປະເມີນສິ່ງທ້າທາຍທີ່ຍັງຄົງຄ້າງ ໃນການພັດທະນາຕະຫຼາດພັນທະບັດ ແລະ ການລົງທຶນໃນພື້ນຖານໂຄງລ່າງ ພ້ອມທັງຊົມເຊີຍຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອງຄະນະປະສານງານວຽກງານການຊ່ວຍເຫຼືອດ້ານວິຊາການ (TACT) ເພື່ອຊ່ວຍພັດທະນາຕະຫຼາດພັນທະບັດຂອງປະເທດສະມາຊິກ.

     ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມຂັ້ນສູງ ໂດຍໄດ້ເນັ້ນໃຫ້ເຫັນໄດ້ເຖິງຄວາມສຳຄັນ ວຽກງານການຮ່ວມມືດ້ານການເງິນຂອງພາກພື້ນອາຊຽນ+3 ເພື່ອຊ່ວຍເຫຼືອ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດມະຫາພາກ ແລະ ສ້າງສະຖຽນລະພາບທາງດ້ານການເງິນໃຫ້ມີຄວາມໝັ້ນທ່ຽງ ໄດ້ແຈ້ງຕໍ່ກອງປະຊຸມກ່ຽວກັບຄວາມພະຍາຍາມຂອງລັດຖະບານ ສປປ ລາວ ກໍຄືການຈັດຕັ້ງປະຕິບັດວຽກງານບູລິມະສິດໃນວາລະແຫ່ງຊາດ ເພື່ອປັບປຸງການຄຸ້ມຄອງການເງິນພາກລັດ ປະກອບສ່ວນຊຸກຍູ້ວຽກງານການຄຸ້ມຄອງເສດຖະກິດມະຫາພາກ ການສ້າງຄວາມເຂັ້ມແຂງວຽກງານການບໍລິຫານໜີ້ສິນສາທາລະນະ ການປະຕິຮູບນະໂຍບາຍຄຸ້ມຄອງການເກັບລາຍຮັບພາສີ–ອາກອນດ້ວຍລະບົບທັນສະໄໝ ແລະ ການຮັດກຸມດ້ານລາຍຈ່າຍງົບປະມານ ເພື່ອແກ້ໄຂບັນຫາຫຍຸ້ງຍາກທາງດ້າານເສດຖະກິດ-ການເງິນ. ພ້ອມນີ້ ກໍໄດ້ຍົກໃຫ້ເຫັນເຖິງທ່າແຮງທີ່ຈະເປັນການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ ໃນຕໍ່ໜ້າ ຈາກບັນດາໂຄງການລົງທຶນຕ່າງໆ ເຂົ້າໃນພື້ນຖານໂຄງລ່າງໃໝ່ໆທີ່ຈະເປັນເງື່ອນໄຂໃນການສ້າງທ່າແຮງອໍານວຍຄວາມສະດວກ ໃນການບໍລິການຂົນສົ່ງສິນຄ້າສົ່ງອອກ-ນໍາເຂົ້າຜ່ານເສັ້ນທາງລົດໄຟລາວ-ຈີນ ເຂດບໍລິການຂົນສົ່ງທ່າບົກ ການສ້າງເມືອງທັນສະໄໝ (Smart City) ລວມທັງການຂຸດຄົ້ນບໍ່ແຮ່-ຊັບພະຍາກອນທໍາມະຊາດ ຊຸກຍູ້ໃຫ້ມີການຟື້ນຕົວໃນຂະແໜງອຸດສາຫະກໍາ-ການຄ້າ ການທ່ອງທ່ຽວ ແລະ ອື່ນໆ ສະນັ້ນ ຄາດຄະເນການເຕີບໂຕໃນປີ 2022 ຂອງ ສປປ ລາວ ຈະຢູ່ໃນລະດັບ 4,5% ໃນນີ້ ຈະສົ່ງຜົນໃຫ້ມີລາຍຮັບເພີ່ມຂຶ້ນປະມານ 14,35% ຫຼື 16,44% ຂອງ GDP ຄາດຄະເນການຂາດດຸນງົບປະມານຈະຕໍ່າລົງຢູ່ໃນລະດັບ 1,61% ຂອງ GDP.

# ຂ່າວ – ພາບ : ລັດເວລາ

error: Content is protected !!