ປະທານສະພາປະຊາຊົນ ນວ ຕ້ອນຮັບການເຂົ້າຢ້ຽມຢາມຂອງປະທານສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ

     ວັນທີ 16 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ຫງວຽນ ຫງ໋ອກ ຕ່ວນ ຮອງເລຂາຄະນະພັກ ປະທານສະພາປະຊາຊົນ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ .ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ນະ ຄອນຫຼວງວຽງຈັນ ແຕ່ວັນທີ 15-17 ພຶດສະພາ 2022.

    ທ່ານ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ນວ ຂອງທ່ານ ຫງວຽນ ຫງ໋ອກ ຕ່ວນ ແລະ ຄະນະຄັ້ງນີ້ ພ້ອມກັນນີ້ ທ່ານປະທານສະພາປະຊາຊົນ ນວ ກໍໄດ້ລາຍງານຫຍໍ້ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ລາຍງານໂຄງປະກອບກົງຈັກ ແລະ ບຸຄະລາກອນຂອງສະພາປະຊາຊົນ ນວ ຊຸດທີ II ການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ນັກທຸລະກິດ ແລະ ການຂໍແລກປ່ຽນບົດຮຽນລະຫວ່າງຜູ້ແທນສອງຝ່າຍໃນຂົງເຂດວຽກງານສະພາ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ກັບບັນດາສະມາຊິກສະພາແຫ່ງຊາດ ສະພາປະຊາຊົນ ນວ ແລະ ພະນັກງານ-ວິຊາການ ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ ສອງລັດລາວ-ຫວຽດນາມ ກະ ກຽມຄວາມພ້ອມການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄືສະເຫຼີມສະ ຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 54 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022) ໃຫ້ມີບັນຍາກາດຟົດຟື້ນ.

    ໂອກາດນີ້ ທ່ານ ຫງວຽນ ຫງ໋ອກ ຕ່ວນ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ອານຸພາບ ຕຸນາລົມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ການພັດທະນານະຄອນຫຼວງວຽງຈັນ ທີ່ມີທ່າກ້າວກະໂດດ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ແລກປ່ຽນບົດຮຽນລະຫວ່າງສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນ ນວ ແລະ ວຽກງານອື່ນໆ.

.

   #  ຂ່າວ – ພາບ : ຊີລິການດາ

error: Content is protected !!