ນາຊາຍທອງສໍາເລັດການເກັບກ່ຽວເຂົ້ານາແຊງ

   ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວັນທີ 17 ພຶດສະພາ 2022 ວ່າ: ທົ່ວເມືອງນາຊາຍທອງ ມີແຜນປູກເຂົ້ານາແຊງທັງໝົດ 4.700 ເຮັກຕາ ແຜນການນຳໃຊ້ແນວພັນ 376 ໂຕນ ຄາດຄະເນຜະລິດຕະພາບ 4,61 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 21.667 ໂຕນ ເຊິ່ງການປະຕິບັດຕົວຈິງ ສາມາດປູກເຂົ້ານາແຊງໄດ້ທັງໝົດ 3.345 ເຮັກຕາ 71,17% ຂອງເນື້ອທີ່ແຜນການ ປັດຈຸບັນ ສາມາດເກັບກ່ຽວເຂົ້ານາແຊງໄດ້ສຳເລັດ 100% ຂອງເນື້ອທີ່ປັກດໍາທັງໝົດ ໃນນັ້ນ ເກັບກ່ຽວດ້ວຍກົນຈັກ 2.543 ເຮັກຕາ ກ່ຽວດ້ວຍແຮງງານຄົນ 802 ເຮັກຕາ ສ່ວນການຜະລິດພືດລະດູແລ້ງປະເພດພືດໃຫ້ໃບ ໃຫ້ໝາກ ແລະ ໃຫ້ຫົວ ມີເນື້ອທີ່ແຜນການ 770 ເຮັກຕາ ປະຕິບັດໄດ້ 705 ເຮັກຕາ ເທົ່າກັບ 91,55%.

    ປັດຈຸບັນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການປູກພືດສໍາຮອງລະດູແລ້ງ ພ້ອມທັງສືບຕໍ່ລົງຕິດຕາມຂະບວນການຜະລິດກະສິກຳລະດູຝົນຂອງຊາວກະສິກອນ ໂດຍສະເພາະແມ່ນຂະບວນການປູກເຂົ້ານາປີ ແລະ ການປູກພືດສຳຮອງປະເພດພືດຜັກເພື່ອບໍລິໂພກ ພືດອຸດສາຫະກຳເພື່ອຜະລິດເປັນສິນຄ້າ ເຊິ່ງມີແຜນປູກເຂົ້ານາປີທັງໝົດ 7.905 ເຮັກຕາ ໃຊ້ແນວປູກ 632,4 ໂຕນ ໃຊ້ຝຸ່ນຄອກ 3.525 ໂຕນ ໃຊ້ຝຸ່ນຊີວະພາບ 4.743 ໂຕນ ໃຊ້ຝຸ່ນເຄມີ 2.371 ໂຕນ ຜະລິດຕະພາບ 4,45 ໂຕນຕໍ່ເຮັກຕາ ຜົນຜະລິດ 35,177,25 ໂຕນ ແຜນປູກພືດຜັກມີເນື້ອທີ ທັງໝົດ 1.190 ເຮັກຕາ ຜະລິດຕະພາບ 8,51 ໂຕນຕໍ່ເຮັກຕາ ຜົນຜະລິດ 10.136 ໂຕນ ນອກນີ້ ສືບຕໍ່ຊຸກຍູ້ສົ່ງເສີມກຸ່ມປູກຜັກອີນຊີ ແລະ ຜັກສະອາດໃຫ້ມີຄວາມເຂັ້ມແຂງ ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຂະຫຍາຍສະມາຊິກກຸ່ມ ແລະ ເນື້ອທີ່ປູກ 2 ລະດູໃຫ້ກ້ວາງອອກຕື່ມ ບ້ານໂພນແກ້ວ 14 ຄອບຄົວ ເນື້ອທີ່ 6 ເຮັກຕາ ກອງຜະລິດເລກ 2 ກອງທັບບ້ານບົວ 1 ກຸ່ມ ເນື້ອທີ່ 2,5 ເຮັກຕາ ກຸ່ມປູກພືດຜັກທີ່ດີ ບ້ານນາໜາດ ມີ 30 ຄອບຄົວ ເນື້ອທີ່ 13.454,76 ເຮັກຕາ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!