ເຈົ້າຄອງລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງເສັ້ນທາງດ່ວນໝາຍເລກ 1

ວັນ​ທີ 21 ພຶດ­ສະ­ພາ 2020 ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ຕິດ­ຕາມ​ຄວາມ​ຄືບ​ໜ້າ​ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນວ ໝາຍ​ເລກ 1 ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດ­ຫຼວງ​ຫາ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ໄລ­ຍະ​ທີ 1 ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈຳ­ກັດ​ຜູ້​ດຽວ ມີ​ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ບັນ­ດາ​ຫົວ­ໜ້າ​ພະ­ແນກ­ການ​ກ່ຽວ­ຂ້ອງ ເຈົ້າ­ເມືອງ ຮອງ​ເຈົ້າ­ເມືອງ​ໄຊ​ເສດ​ຖາ ແລະ ເມືອງ​ໄຊ​ທາ­ນີ ເຂົ້າ​ຮ່ວມ.

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນວ ໝາຍ​ເລກ 1 ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດ­ຫຼວງ​ຫາ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ໄລ­ຍະ​ທີ 1 ມີ​ຄວາມ​ຍາວ​ທັງ​ໝົດ 13,13 ກິ­ໂລ­ແມັດ ໂດຍ​ແມ່ນ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈຳ­ກັດ​ຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ ມີ​ໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ ໃນ​ນີ້ ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ແຕ່​ວັນ​ທີ 20 ກຸມ­ພາ 2020 ເປັນ­ຕົ້ນ​ມາ ແລະ ຈະ​ໃຫ້​ສຳ­ເລັດ​ວັນ​ທີ 20 ກຸມ­ພາ 2023 ປັດ­ຈຸ­ບັນ​ໂຄງ­ການ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ຊົດ​ເຊີຍ​ສຳ­ເລັດ​ເປັນ​ຈຳ­ນວນ​ຫຼາຍ ແລະ ວຽກ​ກໍ່­ສ້າງ​ບຸກ­ເບີກ​ແລວ​ທາງ​ສຳ­ເລັດ 7% ພ້ອມ​ນັ້ນ​ຍັງ​ໄດ້​ສະ­ເໜີ​ວຽກ​ຫຍຸ້ງ­ຍາກ​ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ ໂດຍ​ສະ­ເພາະ​ການ​ໄກ່​ເກ່ຍ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ກັບ​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ ທີ່​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຄິດ­ໄລ່​ໃຫ້ ແລະ ບັນ­ຫາ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ.

ໂອ­ກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ມາ​ຍັງ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ທີ່​ໄດ້​ມີ​ຄວາມ​ບຸກ​ບືນ​ສູ້​ຊົນ​ປະ­ຕິ­ບັດ​ຕາມ​ສັນ­ຍາ ພ້ອມ​ນັ້ນ​ຍັງ​ໄດ້​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ຫຍຸ້ງ­ຍາກ ທີ່​ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ກໍ່­ສ້າງ​ໄດ້ ໂດຍ​ໃຫ້​ຄົ້ນ­ຄວ້າ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ລັດ­ຖະ­ບານ ເຊັ່ນ: ທີ່​ດິນ​ເປັນ​ຂອງ​ວົງ­ສາ​ຄະ­ນາ​ຍາດ​ຂອງ​ຊາດ ມອບ​ໃຫ້​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ແລະ ປະ­ຊາ­ຊົນ​ມີ​ສິດ​ນຳ​ໃຊ້​ແລ້ວ ເມື່ອ​ມີ​ການ​ພັດ­ທະ­ນາ​ຕ້ອງ​ໄດ້​ຊົດ​ເຊີຍ ດິນ​ຕ້ອງ​ໄດ້​ຮັບ​ການ​ພັດ­ທະ­ນາ​ເປັນ​ແຫຼ່ງ​ລາຍ​ຮັບ ນັກ​ພັດ­ທະ­ນາ​ຕ້ອງ​ຕີ​ລາ­ຄາ ແລະ ວິ­ໄຈ​ລາຍ​ງານ​ໃຫ້​ລັດ­ຖະ­ບານ​ຄົ້ນ­ຄວ້າ ແລະ ການ​ຊົດ​ເຊີຍ ຕ້ອງ​ໄດ້​ເອົາ​ແນວ­ທາງ​ຕາມ​ຄວາມ​ຄິດ​ເບື້ອງ​ຕົ້ນ​ໃຫ້​ຖື​ເອົາ​ການ​ຊົດ​ເຊີຍ​ມາ​ກ່ອນ ຖ້າ​ຊົດ​ເຊີຍ​ບໍ່​ແລ້ວ​ຕ້ອງ​ໄດ້​ແກ້​ໄຂ ເພື່ອ​ບໍ່​ໃຫ້​ມີ​ການ​ປະ​ທ້ວງ ໝາຍ​ຄວາມ​ວ່າ​ຈຸດ​ໃດ​ທີ່​ບໍ່​ສາ­ມາດ​ໄກ່​ເກ່ຍ​ໄດ້ ບໍ່​ໃຫ້​ມີ​ການ​ກໍ່­ສ້າງ ຈົນ​ກວ່າ​ຈະ​ໄກ່​ເກ່ຍ​ຈ່າຍ​ຄ່າ​ຊົດ​ເຊີຍ​ສຳ­ເລັດ ເຊິ່ງ​ການ​ໄກ່​ເກ່ຍ​ໃຫ້​ເພີ່ມ​ທະ­ວີ​ກັບ​ປະ­ຊາ­ຊົນ ຫຼື​ຄອບ­ຄົວ​ທີ່​ມີ​ຄວາມ​ຂັດ­ຂ້ອງ​ໃນ​ຫຼາຍ​ລະ­ດັບ​ໃຫ້​ແກ້​ໄຂ​ແຕ່​ນ້ອຍ​ຫາ​ໃຫຍ່ ພ້ອມ​ນັ້ນ ເອົາ​ເຈດ​ຕະ​ນາ​ຂອງ​ໂຄງ­ການ​ທີ່​ໄດ້​ເຊັນ​ກັນ​ໄປ​ເຊື່ອມ​ຊຶມ​ໃຫ້​ປະ­ຊາ­ຊົນ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຕື່ມ​ເຊັ່ນ: ການ​ສ້າງ​ທາງ​ດ່ວນ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດ​ການ​ສັນ­ຈອນ​ໃນ ນວ ແລະ ໃຫ້​ປະ­ຊາ­ຊົນ​ມີ​ເສັ້ນ­ທາງ​ໄປ​ມາ​ທີ່​ສະ­ດວກ​ສະ­ບາຍ ແລະ ອື່ນໆ.

error: Content is protected !!