ມຊ ເລີ່ມຮັບນັກສຶກສາປີສຸດທ້າຍຕົ້ນອາທິດໜ້າເປັນຕົ້ນໄປ

ໂດຍ​ອີງ​ຕາມ​ດຳ­ລັດ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ­ຈັດ­ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ອີງ​ຕາມ​ແຈ້ງ​ການ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ອີງ​ຕາມ​ຄຳ​ແນະ­ນຳ​ຄະ­ນະ​ສະ­ເພາະ​ກິດ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ.

ອະ­ທິ­ການ​ບໍ­ດີ ມຊ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 1195/ມຊ ລົງ​ວັນ​ທີ 18 ພຶດ­ສະ­ພາ 2020 ໃຫ້​ເປີດ​ການ​ຮຽນ-ການ​ສອນ​ສຳ­ລັບ​ສາຍ​ສາ­ມັນ​ຂອງ ມຊ ປະ­ກອບ​ດ້ວຍ​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສາ­ທິດ ປ5 ມ4 ມ7 ໂຮງ­ຮຽນ​ພອນ​ສະ­ຫວັນ​ຊົນ­ເຜົ່າ ກຽມ​ມະ­ຫາ­ວິ­ທະ­ຍາ­ໄລ ມ4 ມ7 ເລີ່ມ​ວັນ​ທີ 18 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ໃຫ້​ຄະ­ນະ​ວິ­ຊາ​ກຽມ​ຄວາມ​ພ້ອມ ໃນ​ການ​ເປີດ​ການ​ຮຽນ-ການ​ສອນ​ສຳ­ລັບ​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ​ຂອງ ມຊ ເລີ່ມ​ວັນ​ທີ 2 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ ໃຫ້​ແຕ່​ລະ​ຄະ­ນະ​ວິ­ຊາ​ເອົາ­ໃຈ­ໃສ່​ຕິດ­ຕາມ​ການ​ຂຽນ​ບົດ​ໂຄງ­ການ​ຈົບ​ຊັ້ນ ແລະ ການ​ລົງ​ເຝິກ​ງານ​ຂອງ​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ ແລະ ຈັດ​ຕັ້ງ​ການ​ຮຽນ-ການ​ສອນ ໃຫ້​ນັກ​ສຶກ​ສາ​ທີ່​ບໍ່​ມີ​ເງື່ອນ­ໄຂ​ຂຽນ​ບົດ​ໂຄງ­ການ​ຈົບ​ຊັ້ນ ເພື່ອ​ກຽມ​ຄວາມ​ພ້ອມ​ໃນ​ການ​ສອບ­ເສັງ​ຈົບ​ຊັ້ນ ໃຫ້​ພວກ​ກ່ຽວ​ຕາມ​ລະ­ບຽບ​ຫຼັກ­ການ​ທາງ​ດ້ານ​ວິ­ຊາ​ການ ໃຫ້​ພະ­ນັກ­ງານ​ຄູ​ອາ­ຈານ​ທົ່ວ ມຊ ມາ​ປະ­ຈຳ­ການ​ປົກ­ກະ­ຕິ ເລີ່ມ​ແຕ່​ວັນ​ທີ 25 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ເພື່ອ​ປະ­ຕິ­ບັດ​ໜ້າ­ທີ່​ຕາມ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ດຳ­ເນີນ​ການ​ພັດ­ທະ­ນາ​ການ​ຮຽນ-ການ​ສອນ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ກຽມ​ຄວາມ​ພ້ອມ​ໃນ​ການ​ເປີດ​ການ​ຮຽນ-ການ​ສອນ ໃຫ້​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ ໃຫ້​ຫ້ອງ­ການ​ຄຸ້ມ​ຄອງ​ຫໍ​ພັກ​ເລີ່ມ​ຮັບ​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ ແຕ່​ວັນ​ທີ 25 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ສ່ວນ​ນັກ​ສຶກ​ສາ​ນອກ​ເໜືອ​ຈາກ​ປີ​ສຸດ​ທ້າຍ​ທຸກ​ຊັ້ນ​ທຸກ​ລະ­ບົບ​ແມ່ນ​ໃຫ້​ລໍ­ຖ້າ​ຄຳ​ແນະ­ນຳ ຫຼື ແຈ້ງ​ການ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ກ່ອນ ສຳ­ລັບ​ນັກ​ສຶກ​ສາ​ຕ່າງ­ປະ­ເທດ ມອບ​ໃຫ້​ຫ້ອງ­ການ​ທີ່​ກ່ຽວ­ຂ້ອງ​ປະ­ສານ ແລະ ວາງ​ມາດ​ຕະ­ການ​ໃນ​ການ​ຄຸ້ມ​ຄອງ​ຕາມ​ລະ­ບຽບ​ຫຼັກ­ການ​ຂອງ​ປະ­ເທດ​ນັ້ນ ແລະ ຕາມ​ລະ­ບຽບ​ຫຼັກ­ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ໄດ້​ວາງ​ອອກ ມອບ​ໃຫ້​ຄະ­ນະ​ວິ­ຊາ​ຕ່າງໆ​ນຳ­ພາ​ພະ­ນັກ­ງານ ຄູ​ອາ­ຈານ ແລະ ນັກ​ສຶກ​ສາ​ເຮັດ­ອະ­ນາ­ໄມ​ຫ້ອງ­ການ ຫ້ອງ​ຮຽນ ແລະ ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ຂອບ​ເຂດ​ຕົນ ພ້ອມ​ສະ­ໜອງ​ອຸ­ປະ­ກອນ​ອະ­ນາ­ໄມ ແລະ ບ່ອນ​ລ້າງ​ມື​ໃຫ້​ພະ­ນັກ­ງານ ຄູ​ອາ­ຈານ ແລະ ນັກ​ສຶກ​ສາ ເພື່ອ​ຮັບ­ປະ­ກັນ​ໃນ​ການ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃຫ້​ມີ​ປະ​ສິດ­ທິ​ຜົນ ໃຫ້​ທຸກ​ຄະ­ນະ​ວິ­ຊາ​ລວມ​ທັງ​ສະ​ຖາ​ບັນ​ຕ່າງໆ ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ເພື່ອ​ຮອງ​ຮັບ​ການ​ເປີດ​ການ​ຮຽນ-ການ​ສອນ​ທຸກ​ຊັ້ນ​ທຸກ​ສາຍ ຖ້າ​ສະ­ພາບ​ການ​ຕ່າງໆ​ຫາກ​ມີ​ການ​ຜ່ອນ­ຄາຍ​ສະ­ພາບ​ການ​ດີ​ຂຶ້ນ ແລະ ມີ​ແຈ້ງ​ການ​ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ອອກ​ມາ ພວກ​ເຮົາ​ຈຶ່ງ​ຈະ​ມີ​ການ​ເປີດ​ການ​ຮຽນ-ການ​ສອນ​ໃນ​ວັນ​ທີ 15 ມິ­ຖຸ­ນາ 2020.

error: Content is protected !!