ປຶກສາຫາລື ອອກແບບໂຄງການກະສິກຳເພື່ອໂພຊະນາການໄລຍະ II

    ກອງປະຊຸມປຶກສາຫາລື ອອກແບບໂຄງການກະສິກຳເພື່ອໂພຊະນາການໄລຍະ II ໄດ້ຈັດຂຶ້ນວັນທີ 13 ພຶດສະພາ 2022 ທີ່ ວິທະຍາໄລຄູສາລະວັນ ມີທ່ານ ສີວັນພະກອນ ວົງບຸນທັນ ຮອງຫົວໜ້າພະແນກກະສິກຳປ່າໄມ້ແຂວງສາລະວັນ ທ່ານ ສຸລິວັນ ປັດຕະວົງ ຫົວໜ້າຫ້ອງການໄອພາດປະຈຳລາວ ທ່ານ ນາງ ມາລີ ບຸນເທອາໂກະ ຕາງໜ້າອົງການອາຫານໂລກ ພ້ອມດ້ວຍຕາງໜ້າຈາກກົມກ່ຽວຂ້ອງ ກະຊວງກະສິກຳ ແລະ ປ່າໄມ້ ກະຊວງແຜນການ ແລະ ການລົງທຶນ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ນຳສະເໜີຈຸດປະສົງຂອງການອອກແບບໂຄງການ ແລະ ສະເໜີແນວຄວາມຄິດໂຄງການ ແບ່ງກຸ່ມສົນທະນາບົດບາດຍິງ-ຊາຍ ແລະ ຊົນເຜົ່າ ພ້ອມນັ້ນ ຍັງໄດ້ຮ່ວມກັນປະກອບຄຳເຫັນເພື່ອເສີມຂະຫຍາຍດ້ານດີ ແກ້ໄຂຂໍ້ຄົງຄ້າງ ແນໃສ່ເຮັດໃຫ້ການອອກແບບໂຄງການກະສິກຳເພື່ອໂພຊະນາການໄລຍະ II ຖືກຕ້ອງ ສອດຄ່ອງກັບສະພາບຕົວຈິງ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ ສົ່ງໃຫ້ແຜນງານກະສິກຳ ແລະ ຄໍ້າປະກັນສະບຽງອາຫານໂລກພິຈາລະນາອະນຸມັດໂຄງການໃຫ້ທັນຕາມກຳນົດເວລາ ແນໃສ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ສອດຄ່ອງກັບແຜນພັດທະນາກະສິກຳ ແລະ ປ່າໄມ້ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍຄືແຜນພັດທະນາກະສິກຳ ແລະ ປ່າໄມ້ຂອງແຂວງຄັ້ງທີ 9 ວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.

.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!