ສູ້ຊົນໃຫ້ອັດຕາສ່ວນການຂະຫຍາຍຕົວຂອງ SME ຂຶ້ນທະບຽນວິສາຫະກິດໃຫ້ໄດ້ 10% ຕໍ່ປີ

    ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມລະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ (SME) ແລະ ແຜນການປະຈຳປີ 2022 ວັນທີ 13 ພຶດສະພາ 2022 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕບັດວຽກງານໄລຍະຜ່ານມາ ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ຮັບການຊີ້ນຳຈາກທ່ານ ບຸນເຖິງ ດວງສະຫວັນ.

    ໂອກາດນີ້ ໄດ້ຮັບຟັງການໂອ້ລົມຈາກທ່ານ ພູຂົງ ບັນນະວົງ ເຊິ່ງທ່ານໄດ້ຊີ້ນຳຫຼາຍບັນຫາສຳຄັນ ເຊັ່ນ ຄວນຈັດສັນ SME ເປັນບູລິມະສິດມີການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງເພື່ອໃຫ້ວຽກງານດັ່ງສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ພ້ອມກັນນັ້ນ ຕ້ອງໄດ້ສູ້ຊົນເຮັດໃຫ້ອັດຕາສ່ວນການຂະຫຍາຍຕົວຂອງ SME ຂຶ້ນທະບຽນວິສາຫະກິດໃຫ້ໄດ້ 10% ຕໍ່ປີ ອັດຕາການສ້າງວຽກເຮັດງານທຳໃນຂົງເຂດສົ່ງເສີມ SME ເພີ້ມຂຶ້ນ10% ຕໍ່ປີ ແລະ ອື່ນໆ

.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!