ພົບປະໂອ້ລົມນັກສຶກສາກໍ່ສ້າງມະຫາວິທະຍາໄລການທະຫານ ກ່ອນອອກເຄື່ອນທັບຊ້ອມຮົບ

    ເພື່ອປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນຢູ່ວິທະຍາຄານກົມມະດຳ ກະຊວງປ້ອງກັນປະເທດ ໃນສົກປີ 2021-2022 ວັນທີ່ 15 ພຶດສະພາ 2022 ທ່ານ ພັນເອກ ບົວໄລ ສີລັກສາ ອໍານວຍການວິທະຍາຄານ ກົມມະດໍາ ລົງພົບປະໂອ້ລົມນັກສຶກສາກໍ່ສ້າງມະຫາວິທະຍາໄລການທະຫານລະບົບ 4 ປີ ຊຸດທີ 17 ກ່ອນອອກເຄື່ອນທັບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ ມີບັນດາຄະນະຫ້ອງ ຄະນະວິຊາຄູ ກອງພັນ ຄູ-ອາຈານ ແລະ ນັກສືກສາ ເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ພັນເອກ ບົວໄລ ສີລັກສາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານຄູອາຈານທຸກສະຫາຍທີ່ໄດ້ເອົາໃຈໃສ່ຊີ້ນຳໃກ້ຊິດຕິດແທດນັກສືກສາກໍ່ສ້າງມະຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 17 ຈຳນວນ 212 ທ່ານ ທີ່ໄດ້ເຂົ້າມາຮໍ່າຮຽນ-ກໍ່ສ້າງຕາມໂຄງການຫຼັກສູດຂອງຫ້ອງອົບຮົມ-ກໍ່ສ້າງ ຂັ້ນໝວດ-ຂັ້ນກອງຮ້ອຍ ພ້ອມນັ້ນ ໄດ້ຮຽກຮ້ອງມາຍັງຄູອາຈານຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ການບັນຊາ ແລະ ຫັດແອບຊ້ອມຮົບສັງລວມ ປະສານສຽງແຕກຢູ່ພູມີປະເທດຕົວຈິງ ເຂົ້າໃນການເກັບກຳຈັງຫວະບາດກ້າວ ດ້ານວິຊາສິນລະປະຍຸດ ແລະ ຍຸດທະວີທີທະຫານຮາບເພື່ອໝູນໃຊ້ການບັນຊາຊ້ອມຮົບສັງລວມໃຫ້ມີພິກໄຫວຄ່ອງແຄ້ວ ຮັບປະກັນໄດ້ດ້ານກຳລັງພົນ ແລະ ພາຫະນະໃຫ້ປອດໄພ 100% ການເຝິກແອບຊ້ອມຮົບຄັ້ງນີ້ ເລີ່ມແຕ່ວັນທີ່ 9-16 ພຶດສະພາ 2022.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!