ຄຊປປລ ນວ ຢ້ຽມຢາມ ແລະ ທັດສະນະສຶກສາຢູ່ຫໍມູນເຊື້ອຊາວໜຸ່ມລາວ

    ເພື່ອເປັນການຄຳນັບຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິບັດລາວຄົບ 67 ປີ (14.4.1955-14.4.2022) ແລະ ເປັນການປູກຈິດສຳນຶກໃຫ້ແກ່ຄະນະສະມາຊິກຊາວໜຸ່ມໄດ້ຮູ້ເຖິງຜົງານການເຄື່ອນໄຫວ ແລະ ມູນເຊື້ອທີ່ດີຂອງຄະນະຊາວໜຸ່ມໃນຮຸ່ນກ່ອນ ພ້ອມທັງເປັນການຮໍ່າຮຽນເອົາຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດທີ່ດີ ເປັນຜູ້ສືບທອດທີ່ດີຂອງພັກ ຂອງຊາດ ໃນປັດຈຸບັນ ແລະ ຕໍ່ໜ້າ.

    ວັນທີ 16 ພຶດສະພາ 2022 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນ ຫຼວງວຽງຈັນ (ຄຊປປລ ນວ) ນຳໂດຍທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາທີ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມລາວ ຕ້ອນຮັບໂດຍຄະນະຮັບຜິດຊອບວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມລາວ.

    ໂອກາດນີ້ ທ່ານນາງ ສຸມາລີ ທຳມະວົງ ພ້ອມດ້ວຍຄະນະ ໄດ້ນຳກະຕ່າດອກໄມ້ມາວາງຕໍ່ໜ້າຮູບປັ້ນຂອງປະທານໄກສອນ ພົມວິຫານ ເພື່ອສະແດງຄວາມເຄົນລົບຮັກ ແລະ ຮູ້ບູນຄຸນຕໍ່ຜູ້ນຳດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ກໍຄືປວງຊົນລາວທັງຊາດ ຜູ້ຈັດຕັ້ງນຳພາພາລະກິດອັນໃຫຍ່ຫຼວງຂອງປະເທດຊາດ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ ສ້າງປະຖົມປັດໄຈກ້າວສູ່ສັງຄົມນິຍົມຢ່າງໜັກແໜ້ນ ຈາກນັ້ນ ກໍໄດ້ຢ້ຽມຊົມຫໍມູນເຊື້ອຂອງຊາວໜຸ່ມລາວ ໂດຍໄດ້ຮັບຟັງການບັນຍາຍປະຫວັດຄວາມເປັນມາຂອງຊາວໜຸ່ມ ຄະນະບໍລິຫານງານຊາວໜຸ່ມແຕ່ຊຸດທີ I ເຖິງປັດຈຸບັນ ແລະ ບັນດາເນື້ອສຳຄັນທີ່ຮັບຮອງໃນກອງປະຊຸມຜູ້ແທນຊາວໜຸ່ມແຕ່ລະສະໄໝ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!