ຍົກຍອດຊໍ່ຟ້າ ແລະ ກອງແກ້ວມໍລະກົດ ໃສ່ຈອມພະທາດຖິ່ນຊ້ອຍ

    ພິທີຍົກຍອດຊໍ່ຟ້າພະທາດເຈດີສາມັກຄີທໍາ (ພະທາດຖິ່ນຊ້ອຍ) ແລະ ກອງແກ້ວມໍລະກົດ ຢູ່ວັດຖິ່ນຊ້ອຍ ບ້ານ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ວັນທີ 15 ພຶດສະພາ 2022 ມີພະເຖລານຸເຖລະ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ທ່ານ ຄໍາຕຽງ ໜູນທະລາດ ເຈົ້າເມືອງປາກງື່ມ ແລະ ຫົວໜ້າພະແນກ ການ ອົງການຈັດຕັ້ງກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.

    ທ່ານນາງ ວິໄລວອນ ຈັນທະລາຕີ ໃຫ້ສໍາພາດວ່າ: ພາຍໃຕ້ການຊີ້ນໍາໆພາຂອງອົງການປົກຄອງ ນວ ອົງການປົກຄອງເມືອງປາກງື່ມ ພ້ອມດ້ວຍເຈົ້າສັດທາພາຍໃນເມືອງ ແລະ ເຈົ້າສັດທາຕ່າງໆທັງຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຕ່າງໆຂອງ ນວ ໄດ້ສົມທົບຮ່ວມແຮງຮ່ວມໃຈຈັດພິທີຍົກຍອດຊໍ່ຟ້າພະທາດເຈດີຖິ່ນຊ້ອຍທີ່ສໍາເລັດການປະຕິສັງຂອນໄລຍະທີ 1 ເຊິ່ງໂຄງການປະຕິສັງຂອນດັ່ງກ່າວ ມີມູນຄ່າ 1,34 ຕື້ກີບ ໃນນັ້ນ ມີ 3 ໜ້າວຽກໃຫຍ່ທີ່ຕ້ອງຈັດຕັ້ງປະຕິບັດຄື: ວຽກອະນາໄມ ວຽກບູລະນະປະຕິສັງຂອນອົງພະທາດ ແລະ ວຽກທາສີ ເຊິ່ງແມ່ນບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ ເລີ່ມປະຕິບັດມາແຕ່ເດືອນພະຈິກ 2021 ເປັນຕົ້ນມາ ປັດຈຸບັນ ການປະຕິສັງຂອນສໍາເລັດ 100% ໂດຍວັດຖຸທີ່ມານໍາໃຊ້ໃນການບູລະນະ ເປັນວັດຖຸແບບບູຮານ ເປັນຕົ້ນ ກາວໜັງຄວາຍ ຢາງບົງ ປູນຂາວ ນໍ້າອ້ອຍ ເຂົ້າໜຽວ ແລະ ອື່ນໆ ໂດຍລວມແລ້ວ ການບູລະນະໄດ້ຮັກສາແບບດັ່ງເດີມ ມີແຕ່ໂບກທາສີຂາວ ຕິດບົວໃສ່ແຕ່ລະຈຸດໃຫ້ມີຄວາມໂດດເດັ່ນເປັນເອກະລັກສະເພາະ ຄືກັບພະເຈົ້າໄຊເສດຖາສ້າງຂຶ້ນໃໝ່ໃນປີ 1570 ແລະ ຜົນສໍາເລັດດັ່ງກ່າວ ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະຮັບຜິດຊອບໂຄງການ ເປັນຕົ້ນ ເມືອງປາກງື່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ພະແນກແຜນການ ແລະ ການລົງທຶນ ນວ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສ່ວນແຜນວຽກຕໍ່ໜ້າ ຈະສືບຕໍ່ລະດົມທຶນບູລະນະສິມທີ່ຢູ່ຕໍ່ໜ້າພະທາດຖິ່ນຊ້ອຍ ສ້າງສິມ ກໍາແພງວັດ ສ້າງແຜ່ນສີລາຈາລືກລາຍຊື່ຜູ້ບໍລິຈາກສົມທົບທຶນປະຕິສັງຂອນພະທາດຖິ່ນຊ້ອຍ ສ້າງບ່ອນຈູດທູບທຽນບໍລິເວນນອກພະທາດ ແລະ ອື່ນໆ ນອກນີ້ ໃນພິທີດັ່ງກ່າວຍັງມີບຸກຄົນ ນິຕິບຸກຄົນ ແລະ ພະແນກການ ມອບເງິນສົມທົບທຶນສືບຕໍ່ປະຕິສັງຂອນພະທາດຖິ່ນຊ້ອຍໃຫ້ສໍາເລັດຕາມໜ້າວຽກທີ່ກໍານົດໄວ້ຕື່ມອີກ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!