ອີງຕາມຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ສຕລ ເລີ່ມດຳເນີນການກໍ່ສ້າງ ແລະ ສ້ອມແປງລະບົບພື້ນຖານໂຄງລ່າງ ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂອງສະຫະພັນບານເຕະນານາຊາດ ຫຼື ໂຄງການ FIFA Forward ຄັ້ງທີ 1 ປີ 2020 ເຊິ່ງມີ 2 ໂຄງການຍ່ອຍກໍຄືໂຄງການກໍ່ສ້າງສະໜາມເຝິກຊ້ອມແຫ່ງໃໝ່ 2 ສະໜາມ ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ ທະວີໂຊກກໍ່ສ້າງ ແລະ ຊ້ອມແປງເຄຫາສະຖານ.

ສຳລັບ 2 ໂຄງການຍ່ອຍຄື: ໂຄງການກໍ່ສ້າງສະໜາມເຝິກຊ້ອມແຫ່ງໃໝ່ 2 ສະໜາມ (ສະ ໜາມຫຍ້າແທ້) ພາຍໃນເຂດສະໜາມກີລາແຫ່ງຊາດ (ຫຼັກ 16) ທີ່ຈະນຳໃຊ້ເຂົ້າໃນການເຝິກຊ້ອມທີມຊາດແຕ່ລະຮຸ່ນ ສະໂມສອນສະມາຊິກຂອງ ສຕລ ແລະ ການແຂ່ງຂັນລະດັບເຍົາວະຊົນຂອງ ສຕລ ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ ທະວີໂຊກກໍ່ສ້າງ ແລະ ຊ້ອມແປງເຄຫາສະຖານ ສ່ວນອີກໂຄງການໜຶ່ງສ້ອມແປງອາຄານພາຍໃນ ຫ້ອງການ ສຕລ 4 ອາຄານຄື: ອາຄານເຕັກນິກວິທະຍາ ຫໍພັກຊາຍຫໍພັກຍິງ ແລະ ຫ້ອງອາຫານ ໃຫ້ທັນສະໄໝຂຶ້ນກວ່າເກົ່າໂດຍການຮັບເໝົາກໍ່ສ້າງບໍລິສັດ ສີລິໄຊກໍ່ສ້າງ ທັງສອງໂຄງການຄາດວ່າຈະສາມາດກໍ່ສ້າງສຳເລັດສົມບູນໃນເດືອນກໍລະກົດນີ້.
ຕະຫຼອດໄລຍະແຫ່ງການສ້າງຕັ້ງ ສຕລ ແລະ ສະຫະພັນບານເຕະນານາຊາດກໍໄດ້ມີການສະໜັບສະໜູນການພັດທະນາວົງການກີລາບານເຕະລາວຢ່າງຕໍ່ເນື່ອງ ເຊິ່ງມີທັງໝົດ 7 ໂຄງການ ປະ ກອບມີໂຄງການກໍ່ສ້າງຫໍພັກຊາຍໂຄງການກໍ່ສ້າງຫ້ອງເຕັກນິກ ແລະ ໂຮງອາຫານ ໂຄງການກໍ່ສ້າງຫໍພັກຍິງໂຄງການກໍ່ສ້າງ 2 ສະໜາມກີລາບານເຕະ ສູນເຝິກລາບານເຕະແຫ່ງຊາດ (ບ້ານຫວ້ຍຫົງ)ໂຄງການກໍ່ສ້າງຫ້ອງການບໍລິຫານງານຂອງ ສຕລ ໂຄງການກໍ່ສ້າງສູນເຝິກຊ້ອມເຍົາວະຊົນແຫ່ງຊາດ (ສະໜາມກີລາແຫ່ງຊາດ ຫຼັກ16) ແລະ 2 ໂຄງການຍ່ອຍໃນປັດຈຸບັນ ທີ່ກຳລັງດຳເນີີນການກໍ່ສ້າງກໍຄືໂຄງການກໍ່ສ້າງດັ່ງກ່າວ.