ອົງການ USAID ໃຫ້ທຶນການສຶກສາທະນາຍຄວາມລາວ

    ວັນທີ 14 ພຶດສະພາ 2022 ທີ່ສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ຈັດພິທີມອບທຶນການສຶກສາຈາກອົງການ USAID ໃຫ້ແກ່ນັກສຶກສາກົດໝາຍຂອງລາວ ຈໍານວນ 12 ຄົນ ເປັນກຽດເຂົ້າຮ່ວມຂອງທ່ານເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ທ່ານນາງ ດຣ ອິສໂຊເບວ ໂຕແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ແຜນງານໂຄງການ ຂອງອົງການ USAID ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ກະຊວງການຕ່າງປະເທດ ສະພາທະນາຍຄວາມ ອົງການ USAID ແລະ ມູນນິທິເອເຊຍ.

    ທຶນການສຶກສານີ້ ມີເປົ້າໝາຍເພື່ອສະໜັບສະໜູນທຶນຮອນໃຫ້ນັກສຶກສາໜຸ່ມເຫຼົ່ານີ້ຈົບຫຼັກສູດການຝຶກອົບຮົມວິຊາດ້ານກົດໝາຍ ເປັນໄລຍະເວລາ 1 ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ເຊິ່ງເປັນເງື່ອນໄຂພື້ນຖານໃນການກ້າວໄປເປັນຜູ້ພິພາກສາ ທະນາຍຄວາມ ຫຼືໄອຍະການໃນອະນາຄົດ ທຶນການສຶກສາດັ່ງກ່າວ ຍັງມີຈຸດປະສົງເພື່ອຊຸກຍູ້ໃຫ້ມີບຸຄະລາກອນທີ່ເປັນເພດຍິງ ແລະ ເປັນຕົວແທນຈາກກຸ່ມຜູ້ດ້ອຍໂອກາດ ໃນຂະແໜງ ການກົດໝາຍ ແລະ ຍຸຕິທໍາຫຼາຍຂຶ້ນ.

    ທຶນການສຶກສາເຫຼົ່ານີ້ ເປັນກິດຈະກໍາໜຶ່ງພາຍໃຕ້ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທໍາຂອງປະຊາຊົນໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ USAID ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ມາຮອດປັດຈຸບັນ ໂຄງການນີ້ໄດ້ໃຫ້ແກ່ນັກສຶກສາເພດຍິງຈໍານວນ 45 ຄົນ ເພື່ອຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍກາຍເປັນລັດຄຸ້ມຄອງສັງຄົມດ້ວຍກົດໝາຍ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!