ທ່ານ ຄໍາສີ ຈັນທະວີທອງ ໄດ້ຮັບໃບຍ້ອງຍໍຈາກກະຊວງ ຖວທ

    ເພື່ອເປັນການຢັ້ງຢືນຜົນງານ ແລະ ຄຸນງາມດີຕໍ່ສັງຄົມ ຕໍ່ຊາດ ວັນທີ 13 ພຶດສະພາ 2022 ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານ ຄໍາສີ ຈັນທະວີທອງ ຜູ້ອໍານວຍການໂຮງພິມນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ວັນສີ ກົ່ວມົວ ຮອງລັດຖະມົນຕີກະຊວງ ຖວທ ມີຫົວໜ້າກົມ ຮອງກົມ ພ້ອມດ້ວຍພະນັກງານຂະແໜງການຕ່າງໆທີ່ກ່າວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງ ຖວທ ຂຶ້ນກ່າວປະຫວັດຫຍໍ້ ແລະ ຜົນງານການຂີດຂຽນຂອງທ່ານ ຄໍາສີ ຈັນທະວີທອງ ເຊິ່ງທ່ານເປັນນັກຂ່າວ ນັກໜັງສືພິມອາວຸໂສ ໄດ້ເຂົ້າຮ່ວມຢູ່ໃນວົງການດັ່ງກ່າວຕັ້ງແຕ່ສະໄໝສົງຄາມຕໍ່ສູ້ກູ້ຊາດ ຕະຫຼອດໄລຍະເສັ້ນທາງຊີວິດອັນຍາວໄກ ທ່ານເປັນຜູ້ໜຶ່ງທີ່ໄດ້ຜ່ານຄວາມທຸກຍາກລໍາບາກ ດໍາລົງຊີວິດຢູ່ໃຕ້ທ່າລະເບີດ ລູກປືນ ລອດລົ້ມລອດຕາຍຈາກເສິກສົງຄາມ ຈາກສະໜາມຮົບໃນເວລາໄປປະຕິບັດໜ້າທີ່ເອົາຂ່າວນັບບໍ່ຖ້ວນ ໃນມໍ່ໆນີ້ ກໍໄດ້ມີຜົນງານມອບປຶ້ມ “ໄຟປະຕິວັດລຸກເປັນແປວ” ແລະ ປຶ້ມ “ຫວນຄືນເສັ້ນທາງຊີວິດ” (ໄດ້ຮັບລາງວັນນະກໍາແມ່ນໍ້າຂອງປະຈໍາປີ 2021) ມອບໃຫ້ແກ່ກະຊວງ ຖວທ ບັນດາອົງການຈັດຕັ້ງພັກ-ລັດ ແລະ ສັງຄົມທົ່ວໄປ ລວມມີ ສໍານັກງານອົງການຂອງລັດ ຫໍສະໝຸດ ກົມກອງທະຫານ ໂຮງຮຽນວິຊາຊີບ ໂຮງຮຽນສາມັນ ແລະ ບຸກຄົນຢູ່ສູນກາງ ແລະ ທ້ອງຖິ່ນເກືອບທຸກແຂວງໃນທົ່ວປະເທດ ປຶ້ມບັນທຶກສອງເຫຼັ້ມນີ້ ໄດ້ຈັດພິມໃນນາມສ່ວນຕົວ ແຕ່ລະເຫຼັ້ມພິມຈໍານວນ 3.500 ເຫຼັ້ມເທົ່ານັ້ນ ພິມສໍາເລັດໃນທ້າຍປີ 2020 ແລະ ປີ 2021 ດ້ວຍຈຸດປະສົງແຈກຢາຍແບບບໍ່ເສຍຄ່າ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!