ສະຫະພັນບານເຕະອາຊຽນ ຫຼື (AFF) ຢືນຢັນຈັດການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຄັ້ງທີ 14 ຕາມກຳນົດການເດີມລະຫວ່າງວັນທີ 23 ພະຈິກຫາວັນທີ 31 ທັນວາ 2020 ໂດຍຫຼາຍປະເທດໃນອາຊຽນທີ່ອາດຈະໄດ້ຮັບຜົນກະທົບຈາກການທີ່ເລື່ອນການແຂ່ງຂັນບານເຕະລີກອອກໄປກ່ອນ ຈາກການແຜ່ລະບາດຂອງເຊື່ອໂຄວິດ-19 ເຊິ່ງກຳນົດກັບແຂ່ງຂັນລະຫວ່າງເດືອນມິຖຸນາຫາ ເດືອນກັນຍາ ອີງຕາມລັດຖະບານແຕ່ລະປະເທດອະນຸຍາດສົ່ງຜົນໃຫ້ຕາຕະລາງການແຂ່ງຂັນຈະຊັບ ຊ້ອນກັບທີມຊາດ ເຊິ່ງຈະເຮັດໃຫ້ສະໂມສອນບໍ່ປ່ອຍຕົວນັກເຕະມາຮັບໃຊ້ທີມຊາດ ເນື່ອງຈາກວ່າບໍ່ແມ່ນວັນຕາມປະຕິທິນ ຟີຟາເດ ອາດຈະບໍ່ສາມາດສົ່ງນັກເຕະທີມຊາດຊຸດໃຫຍ່ເຂົ້າຮ່ວມໄດ້ ໂດຍຈະໃຊ້ນັກເຕະຈາກຊຸດນ້ອຍເຂົ້າຮ່ວມແທນ ຫຼື ອາດຈະບໍ່ສົ່ງເຂົ້າຮ່ວມ ຖ້າວ່າການແຜ່ລະບາດຂອງເຊື້ອ ໂຄວິດ-19 ບໍ່ສາມາດຄວບຄຸມໄດ້ໃນປະເທດນັ້ນໆ.

ສຳລັບການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຄັ້ງ 12 ປີ 2018 ທີມແຊັມແມ່ນທີມຊາດຫວຽດນາມ ຄວ້າແຊັມເປັນສະໄໝທີ 2 ຕໍ່ຈາກປີ 2008 ຮອງແຊັມທີມຊາດມາເລເຊຍໄດ້ຮອງແຊັມເປັນຄັ້ງທີ 2 ຕໍ່ຈາກປີ 1996 ອັນດັບ 3 ຮ່ວມທີມຊາດໄທ ແລະ ທີມຊາດຟິລິບປິນ.
ສ່ວນທີມຊາດລາວໂດຍການຄຸມທີມຂອງທ່ານ ຊຸນດຣາມ ມຸນຕຣີ ຄູເຝິກທີມຊາດລາວຊາວສິງກະໂປ ຕົກຮອບແບ່ງກຸ່ມໆ A ແຂ່ງ 3 ນັດ ເສຍທັງ 4 ນັດຍິງໄດ້ 3 ປະຕູເສຍ 12 ປະຕູບໍ່ມີຄະແນນ (ເສຍໃຫ້ທີມຊາດຫວຽດນາມ 0-3 ເສຍໃຫ້ທີມຊາດມາເລເຊຍ 1-3 ເສຍໃຫ້ທີມຊາດມຽນມາ 1-3 ແລະ ເສຍໃຫ້ທີມຊາດກຳປູເຈຍ 1-3 ).